leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະຜູ້ອໍານວຍການເຕັກໂນໂລຢີບໍລິສັດ NG Biotech. ພາບ: ຈ໊ຽນຖັ໊ງ.

ຫວຽດນາມ ຊົມເຊີຍ NG Biotech ຮ່ວມມືກັບ Vingroup ໃນການຖ່າຍທອດເຕັກໂນໂລຢີ ແລະກະກຽມຜະລິດຊຸດກວດ antigen SARS-CoV-2; ຊົມເຊີຍ  NG Biotech ຮ່ວມມືກັບກຸ່ມບໍລິສັດ T&T ເພື່ອສ້າງສູນຄົ້ນຄວ້າປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະພະຍາດຕິດແປດຕ່າງໆ. ສະພາແຫ່ງຊາດ ແລະລັດຖະບານຫວຽດນາມ ກໍາລັງສຸມຄວາມມານະພະຍາຍາມ ເພື່ອປັບປຸງລະບອບລະບຽບການໃຫ້ສົມບູນແບບ, ໃນນັ້ນມີກົດໝາຍວ່າດ້ວຍການກວດ ແລະປິ່ນປົວພະຍາດ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານພະຍາດຕິດແປດ. ຫວຽດນາມ ຖືການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດເປັນສໍາຄັນ ເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດເວົ້າລວມ ແລະບັນດາວິສາຫະກິດ FDI ເວົ້າສະເພາະລົງທຶນສຳເລັດຜົນ. ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດໄດ້ຂອບໃຈ NG Biotech ທີ່ໄດ້ມອບຊຸດກວດໄວ antigen SARS-CoV-2 ຈໍານວນ 1 ລ້ານຊຸດໃຫ້ຫວຽດນາມ.

ທ່ານ Milovan Stankov ສະແດງຄວາມປາດຖະໜາຢາກແບ່ງປັນເຕັກໂນໂລຢີກັບຫວຽດນາມ ໃນຂົງເຂດຄົ້ນຄວ້າ, ພັດທະນາ ແລະແຈກຢາຍຢາປົວພະຍາດ... ເພື່ອຊ່ວຍຫວຽດນາມ ຍົກສູງກໍາລັງຄວາມສາມາດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ເວົ້າສະເພາະ ແລະພະຍາດຕ່າງໆ.

ໂດຍ: ທະນາພອນ