ທີ່ການຕ້ອນຮັບ, ທ່ານ ເວືອງດິ່ງເຫວ້ ສະເໜີໃຫ້ທ່ານ ເອກອັກຄະລັດຖະທູດຟີລິບປີນ ສົມທົບກັນຊຸກຍູ້ຜັນຂະຫຍາຍການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາສູງ ແລະສະພາຕໍ່າຟີລິບປີນ; ຈັດເວລາເພື່ອແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະຂັ້ນຄະນະກໍາມາທິການດ້ານວິຊາສະເພາະ; ພົບປະແລກປ່ຽນລະຫວ່າງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບສອງປະເທດ ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ, ໂດຍສະເພາະແມ່ນໃນວຽກງານສ້າງລະບອບລະບຽບການ, ລະບົບກົດໝາຍ ແລະຕິດຕາມກວດກາການຜັນຂະຫຍາຍ, ປະຕິບັດກົດໝາຍຢູ່ແຕ່ລະປະເທດ; ມຸ່ງໄປເຖິງການພິຈາລະນາລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ເປັນພື້ນຖານໃຫ້ແກ່ການເຄື່ອນໄຫວຮ່ວມມືເພື່ອໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ແລະການພົວພັນທີ່ດີງາມລະຫວ່າງສະພາແຫ່ງຊາດສອງປະເທດ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານເອກອັກຄະລັດຖະທູດຟີລິບປີນ. ພາບ: ຈ໊ຽນຖັ໊ງ.

ການພົວພັນລະຫວ່າງຫວຽດນາມ ແລະຟີລິບປີນ ໄດ້ຮັບການປັບປຸງ ແລະພັດທະນາໝັ້ນແກ່ນຢ່າງບໍ່ຢຸດຢັ້ງ. ການພົວພັນດ້ານເສດຖະກິດລະຫວ່າງສອງປະເທດນັບມື້ນັບດີຂຶ້ນ, ໃນ 10 ຜ່ານມາ, ວົງເງິນການຄ້າສອງຝ່າຍ ເພີ່ມຂຶ້ນທົບສອງເທົ່າ, ຈາກ 2,4 ຕຶ້ໂດລາສະຫະລັດ ໃນປີ 2010 ຂຶ້ນເປັນ 5,3 ຕື້ໂດລາສະຫະລັດ ໃນປີ 2020. ຟີລິບປີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 5, ຄູ່ຮ່ວມມືນໍາເຂົ້າເຂົ້າສານໃຫຍ່ທີ່ສຸດຂອງຫວຽດນາມ, ດ້ວຍວົງເງິນການຄ້າເຂົ້າສານເພີ່ມຂຶ້ນແຕ່ລະປີ  ແລະເປັນຄັ້ງທໍາອິດທີ່ບັນລຸກວ່າ 1 ຕື້ໂດລາສະຫະລັດ ໃນປີ 2020.

ທ່ານເອກອັກຄະລັດຖະທູດຟີລິບປີນ ສະແດງວ່າ ສອງປະເທດຕ້ອງມີມາດຕະການເພື່ອຊຸກຍູ້ການພົວພັນດ້ານການຄ້າສອງຝ່າຍ, ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານການຄ້າໂດຍໄວ. ກ່ຽວກັບຄວາມໝັ້ນຄົງຢູ່ທະເລຕາເວັນອອກ ແລະຄວາມປອດໄພໃນການເດີນທະເລ, ທ່ານເອກອັກຄະລັດຖະທູດຟີລິບປີນ ຊົມເຊີຍ ຫວຽດນາມ ຍາມໃດກໍ່ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະວິວັດທະນາການເຊິ່ງອາຊຽນ ກໍາລັງຊຸກຍູ້ໃນຂົງເຂດນີ້ຄື DOC, COC.

ໂດຍ: ເກື່ອງດັ້ງ