leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ພິທີ. ພາບ: baochinhphu.vn

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ໃນໄລຍະທີ່ຜ່ານມາ, ດ້ວຍການຊີ້ນຳຢ່າງຂ້ຽວຂາດຂອງພັກ, ລັດ, ຄະນະພັກທຸກຂັ້ນ, ອຳນາດການປົກຄອງທ້ອງຖິ່ນ, ການເຂົ້າຮ່ວມຂອງທັງລະບົບການເມືອງ ແລະການຕອບສະໜອງ, ຄວາມເຫັນດີເຫັນພ້ອມ, ຄວາມຮັບຜິດຊອບຂອງທົ່ວປວງຊົນທັງຊາດ. ຫວຽດນາມ ໄດ້ຮັບການຢັ້ງຢືນແມ່ນຈຸດພົ້ນເດັ່ນຂອງໂລກກ່ຽວກັບການປະຕິບັດ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ສະກັດກັ້ນພະຍາດໂຄວິດ - 19, ທັງພັດທະນາເສດຖະກິດ - ສັງຄົມ. ກ່ຽວກັບການປ້ອງກັນ, ສະກັດກັ້ນພະຍາດໂຄວິດ - 19, ຫວຽດນາມ ນອນໃນກຸ່ມບັນດາປະເທດມີການຮັບມືກັບພະຍາດໂຄວິດ - 19 ດີທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອ ແລະເສຍຊີວິດຕຳທີ່ສຸດໃນໂລກ. ສ່ວນເສດຖະກິດ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ຫາຍາກດ້ວຍການເຕີບໂຕເປັນບວກໃນໂລກ ໃນໄລຍະເກີດພະຍາດໂຄວິດ - 19.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເພື່ອນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບທເປັນປົກກະຕິ, ພັກ ແລະລັດ ໄດ້ປະຕິບັດເປົ້າໝາຍສັກວັກຊິນໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນໝົດທຸກຄົນ ເພື່ອແນໃສ່ບັນລຸໄດ້ການຕ້ານເຊື້ອໃນວົງຄະນະຍາດ ແລະສິ່ງນີ້ຕ້ອງໄດ້ຮັກສາປະຈຳປີ.

ໄລ່ຮອດຕອນແລງວັນທີ 6 ມິຖຸນາ, ກອງທຶນກັນໂຄວິດ - 19 ໄດ້ຮັບເງິນເປັນຈຳນວນ 28,6 ຕື້ດົ່ງສະໜັບສະໜູນຜ່ານຂໍ້ຄວາມ. ກ່ອນໜ້ານັ້ນ, ໃນພິທີ, ກອງທຶນກໍ່ໄດ້ຮັບເງິນສະໜັບສະໜູນ ແລະຄຳໝັ້ນສັນຍາຈະໜູນຊ່ວຍຈຳນວນເງິນ 6.600 ຕື້ດົ່ງຈາກບັນດາອົງການ, ວິສາຫະກິດ, ກະຊວງ, ຂະແໜງການ ແລະທ້ອງຖິ່ນ.

ແຫຼ່ງຄັດຈາກ: vovworld.vn