​ໂດຍຈະສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ສະກັດກັ້ນໂລກລະບາດ, ປົກປັກຮັກສາສຸຂະພາບຂອງປະຊາຊົນ, ທັງຟື້ນຟູ ແລະພັດທະນາເສດຖະກິດ - ສັງຄົມ ຢ່າງຂ້ຽວຂາດ, ມີໄຫວພິບ ແລະມີປະສິດທິຜົນ; ສືບຕໍ່ຍົກສູງ ແລະສ້າງລະບອບລະບຽບການເສດຖະກິດການຕະຫລາດໃຫ້ສົມບູນແບບມຸ່ງໄປສູ່ສັງຄົມນິຍົມຢ່າງຄົບຖ້ວນ, ຄົບຊຸດ, ທັນສະໄໝ, ເຊື່ອມໂຍງ; ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ໃຫ້ຄົບຊຸດ, ທັນສະໄໝ; ພັດທະນາພື້ນຖານໂຄງລ່າງດີຈີຕອນຢ່າງແຮງ ແລະຄົບຊຸດ, ສ້າງພື້ນຖານພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ.

leftcenterrightdel
ພາບປະກອບຈາກ: hanoimoi.com.

ພ້ອມກັບໜ້າທີ່ປັບປຸງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຍູ້ແຮງບັນດາການເຄື່ອນໄຫວພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ; ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະສະພາບແວດລ້ອມ ສັນຕິພາບ, ສະຖຽນລະພາບເພື່ອພັດທະນາຢ່າງວ່ອງໄວ, ຍືນຍົງ; ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ​ເທິງເວທີສາກົນ.

ຂ່າວ: ຂປລ