leftcenterrightdel
ເວທີປາໄສ “ພັດທະນາລະບົບນິເວດ: ໜູນຊ່ວຍວິສາຫະກິດກະສິກຳນຳໃຊ້ເຕັກໂນໂລຢີສູງ”. ພາບ: bnews.vn.

ຫວຽດນາມ ມີຄວາມສາມາດບົ່ມຊ້ອນໃນການພັດທະນາລະບົບນິເວດກະສິກຳນຳໃຊ້ເຕັກໂນໂລຢີສູງ. ເຖິງຢ່າງໃດກໍ່ຕາມ, ການນຳໃຊ້ເຕັກໂນໂລຢີສູງເຂົ້າໃນການພັດທະນາກະສິກຳຍັງບໍ່ທັນໄດ້ຮັບການຍູ້ແຮງຢ່າງເຖິງຖອງເທື່ອ.

ມີນັກຊ່ຽວຊານເສດຖະກິດຫຼາຍຄົນ ແລະຜູ້ຕາງໜ້າບັນດາສະຫະສະມາຄົມຖືວ່າ ຄວນສືບຕໍ່ສຸມໃສ່ການສ້າງພື້ນຖານໂຄງລ່າງ Logictis ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ, ສິນທະເລ, ສ້າງສູນການຄ້າເພື່ອເປັນບ່ອນເຕົ້າໂຮມບັນດາບໍລິສັດສະໜອງການບໍລິການ Logistic, ທ່າກ່ຳປັ່ນ ແລະບັນດາອົງການລົງເລິກຂະແໜງການ. ນອກຈາກນັ້ນ, ຕ້ອງເພີ່ມທະວີການລົງທຶນເຂົ້າການຄົ້ນຄ້ວາເພື່ອຊ່ວຍໃຫ້ຊາວກະສິກອນຊອກຫາວິທີການແກ້ໄຂການເຊື່ອມຕໍ່ໃຫ້ກວ້າງຂວາງ ກ່ວາອີກເພື່ອບໍ່ພຽງແຕ່ໄດ້ຮັບຜົນດີ ແລະມີລາຄາສູງເທົ່ານັ້ນ ຫາກຍັງສົ່ງອອກຜະລິດຕະພັນກະເສດທີ່ມີຄຸນນະພາບສູງໄປຍັງຕະຫຼາດສາກົນ.

ແຫຼ່ງຄັດຈາກ: vovworld.vn