FedEx ຮ່ວມມືກັບ Viettel Post ເພີ່ມທະວີເຄືອຂ່າຍການຈັດສົ່ງສິນຄ້າຢູ່ ຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 22 ເມສາ, ກຸ່ມບໍລິສັດ Federal Express (FedEx) ແລະບໍລິສັດໃຫຍ່ຫຸ້ນສ່ວນໄປສະນີ Viettel (Viettel Post) ໄດ້ປະກາດສ້າງຕັ້ງການພົວພັນຮ່ວມມືຍຸດທະສາດຢູ່ ຫວຽດນາມ ຢ່າງເປັນທາງການ. ຂໍ້ຕົກລົງສະບັບນີ້ກວມເອົາການຮັບ ແລະສົ່ງສິນຄ້າໃນຂອບເຂດທົ່ວປະເທດ ພ້ອມທັງເພີ່ມທະວີຄວາມສາມາດເຊື່ອມຕໍ່ logistics ຂ້າມຊາຍແດນ.
ຕາມນັ້ນແລ້ວ, Viettel Post ມີບົດບາດເປັນຄູ່ຮ່ວມມືການເຄື່ອນໄຫວເຄືອຂ່າຍທົ່ວປະເທດ (National Network Provider – NNP) ຂອງ FedEx ຢູ່ຫວຽດນາມ, ໜູນຊ່ວຍການຜັນຂະຫຍາຍຮູບແບບການເຄື່ອນໄຫວຍົກສູງແນໃສ່ປັບປຸງເຄືອຂ່າຍຢ່າງປະສິດທິຜົນ, ເພີ່ມລັກສະນະໄຫວພິບໃນການຜັນຂະຫຍາຍ ແລະຍົກສູງຄຸນນະພາບການບໍລິການໃນທົ່ວປະເທດ.
    |
 |
|
ຜູ້ຕາງໜ້າການນຳສອງຝ່າຍ ແບ່ງປັນຂໍ້ມູນຂ່າວສານທີ່ພິທີລົງນາມ. ພາບ: qdnd.vn |
ໃນຂອບເຂດການຮ່ວມມືນີ້, FedEx ຈະໝູນໃຊ້ເຄືອຂ່າຍສົ່ງສັນຍານທົ່ວປະເທດ, ໜ່ວຍລົດ ແລະພື້ນຖານໂຄງລ່າງພາຍໃນອັນໝັ້ນແກ່ນຂອງ Viettel Post ເພື່ອສາມາດຮັບໃຊ້ໃຫ້ແກ່ລູກຄ້າຢູ່ຕະຫຼາດແລກປ່ຽນການຄ້າ ແລະການຄ້າເອເລັກໂຕນິກທີ່ພວມພັດທະນາຢ່າງແຂງແຮງຂອງຫວຽດນາມ ໃຫ້ດີກວ່າ.
ທ່ານ Masamichi Ujiie, ປະທານ FedEx ພາກພື້ນເໜືອ ແລະປາຊີຟິກໃຕ້ ໃຫ້ຮູ້ວ່າ: “ຫວຽດນາມ ສືບຕໍ່ແມ່ນຕະຫຼາດຍຸດທະສາດສໍາຄັນໃນຍຸດທະສາດການເຕີບໂຕພາກພື້ນຂອງ FedEx. ຜ່ານການຮ່ວມມືກັບຫົວໜ່ວຍ logistics ລະດັບຊາດແຖວໜ້າ ແລະອິດທິພົນຊື່ສຽງ, ຄື: Viettel Post, ພວກຂ້າພະເຈົ້າຢືນຢັນຄືນໃໝ່ຄຳໝັ້ນສັນຍາໃນໄລຍະຍາວຢູ່ຫວຽດນາມ, ພ້ອມທັງຍົກສູງກໍາລັງຄວາມສາມາດສະໜອງການບໍລິການໄວກວ່າ, ມີໄຫວພິບກວ່າ ແລະເຊື່ອມຕໍ່ທົ່ວໂລກທີ່ດີກວ່າໃຫ້ແກ່ລູກຄ້າ”.
ທ່ານ ດີງແທັງເຊີນ, ຮອງຜູ້ອໍານວຍການໃຫຍ່ Viettel Post, ແບ່ງປັນວ່າ: “ການຮ່ວມມືນີ້ສ່ອງແສງໃຫ້ເຫັນຄໍາໝັ້ນສັນຍາລວມຂອງສອງຝ່າຍສໍາລັບຈິດໃຈປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວ. ນີ້ແມ່ນບາດກ້າວສຳຄັນໃນການເດີນທາງພັດທະນາຂອງ Viettel Post, ຈາກການສ້າງກໍາລັງຄວາມສາມາດພາຍໃນໃຫ້ເຂັ້ມແຂງຈົນເຖິງການເຊື່ອມໂຍງເຂົ້າກັບລະບົບຕອບສະໜອງທົ່ວໂລກໃຫ້ເລິກເຊິ່ງກວ່າອີກ”.
ໂດຍ: ເຈິ່ນຮວ່ຽນ