ອີງຕາມຂໍ້ມູນຈາກກົມທ່ອງທ່ຽວແຫ່ງຊາດຫວຽດນາມ (VNAT), ລາຍຮັບຈາກການທ່ອງທ່ຽວຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງໄວວາໃນຫຼາຍທົດສະວັດມານີ້, ຈາກ 1,34 ຕື້ດົ່ງ ໃນປີ 1990 ຂຶ້ນເປັນ 355.000 ຕື້ດົ່ງ ໃນປີ 2010 ແລະບັນລຸປະມານ 840.000 ຕື້ດົ່ງ (ເທົ່າກັບ 40,6 ຕື້ໂດລາສິງກະໂປ) ໃນປີ 2024. ພາຍຫຼັງພະຍາດໂຄວິດ-19, ຫວຽດນາມ ກໍ່ໄດ້ກາຍເປັນຕະຫຼາດທ່ອງທ່ຽວທີ່ຟື້ນຕົວໄວທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ໂດຍມີຈຳນວນນັກທ່ອງທ່ຽວສາກົນບັນລຸປະມານ 98% ເມື່ອທຽບໃສ່ໃນໄລຍະກ່ອນເກີດພະຍາດໂຄວິດ-19 ໃນປີ 2019.
ນັກຊ່ຽວຊານຖືວ່າ ບັນດາປັດໄຈພື້ນຖານເຊັ່ນ: ສະພາບແວດລ້ອມທາງການເມືອງທີ່ໝັ້ນຄົງ, ລະບົບການສຶກສາທີ່ມີຄຸນນະພາບ ແລະພື້ນຖານໂຄງລ່າງນັບມື້ນັບໄດ້ຮັບການປັບປຸງໄດ້ປະກອບສ່ວນເຂົ້າໃນການສ້າງກໍາລັງໜູນເຕີບໂຕໃນໄລຍະຍາວ. ທ່ານ Gareth Leather, ນັກເສດຖະສາດຂັ້ນສູງກ່ຽວກັບອາຊີ ສັງກັດຢູ່ບໍລິສັດເສດຖະກິດມະຫາພາກທົ່ວໂລກ Capital Economics ຢູ່ລອນດອນ, ຕີລາຄາວ່າ ບັນດາປັດໄຈເຫຼົ່ານີ້ໄດ້ຊ່ວຍໃຫ້ຫວຽດນາມ ຮັກສາທ່າພັດທະນາທີ່ໝັ້ນຄົງໃນຊຸມປີຜ່ານມາ ແລະສືບຕໍ່ປັບປຸງຕຳແໜ່ງຂອງຕົນໃນແຜນທີ່ການທ່ອງທ່ຽວພາກພື້ນ.
    |
 |
|
ການທ່ອງທ່ຽວແບບນິເວດ ໃນເຮືອຢູ່ ຈ່າງອານ (ນິງບິ່ງ) ມໍລະດົກ UNESCO. ພາບ: ກົມທ່ອງທ່ຽວແຫ່ງຊາດຫວຽດນາມ |
ປະຈຸບັນຫວຽດນາມ ດຶງດູດນັກທ່ອງທ່ຽວສາກົນຍ້ອນມີການສົມທົບກັນລະຫວ່າງປະຫວັດສາດທີ່ຍາວນານ, ພູມສັນຖານທຳມະຊາດທີ່ຫຼາກຫຼາຍຮູບແບບ ແລະຄ່າໃຊ້ຈ່າຍທີ່ເໝາະສົມ. ວັດທະນະທຳຕາມທ້ອງຖະໜົນ, ອາຫານການກິນ ແລະການບໍລິການເບິ່ງແຍງດູແລສຸຂະພາບ, ເສີມຄວາມງາມທີ່ລາຄາບໍ່ແພງ ກຳລັງນັບມື້ນັບດຶງດູດກຸ່ມນັກທ່ອງທ່ຽວໜຸ່ມຈາກສິງກະໂປ ແລະປະເທດຕ່າງໆໃນພາກພື້ນ. ເອື້ອຍ Nadia Lim, ອາຍຸ 25 ປີ, ຜູ້ຊ່ຽວຊານດ້ານການສຶກສາ ແລະເປີດກວ້າງຕະຫຼາດການສື່ສານໃນເຄືອຂ່າຍສັງຄົມ, ໄດ້ໄປຢ້ຽມຢາມນະຄອນໂຮ່ຈີມິນ ສອງຄັ້ງ ໃນເວລາພຽງແຕ່ 6 ເດືອນ. ນາງໄດ້ແບ່ງປັນວ່າ: “ສຳລັບຊາວສິງກະໂປ, ນີ້ເປັນສະຖານທີ່ງ່າຍດາຍເພື່ອໄປທ່ອງທ່ຽວ. ລາຄາກໍ່ພໍດີ ແລະຂ້າພະເຈົ້າຮູ້ສຶກວ່ານັກທ່ອງທ່ຽວໝົດທຸກຄົນໃຜກໍ່ມັກຊື້ເຄື່ອງຂອງ ແລະກິນດຶ່ມຢູ່ຫວຽດນາມທີ່ສຸດ”.
ແງ່ຫວັງການເຕີບໂຕຂອງຂະແໜງທ່ອງທ່ຽວຫວຽດນາມ ໃນຊຸມປີຕໍ່ໜ້າໄດ້ຮັບການຕີລາຄາຢ່າງຕັ້ງໜ້າ. ລັດຖະບານວາງອອກເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ໄດ້ປະມານ 50 ລ້ານເທື່ອຄົນໃນປີ 2030. ໃນເວລາດຽວກັນ, ກຸ່ມບໍລິສັດໂຮງແຮມສາກົນຫຼາຍແຫ່ງ ກໍ່ໄດ້ ແລະກໍາລັງເປີດກວ້າງການເຄື່ອນໄຫວຢູ່ຫວຽດນາມ. ບັນດາວິສາຫະກິດໃນຂົງເຂດພັກເຊົາ ຖືວ່າຫວຽດນາມ ໄດ້ສົມທົບລະຫວ່າງຄວາມຕ້ອງການທ່ອງທ່ຽວທີ່ເພີ່ມຂຶ້ນສູງ, ລະດັບການດຳລົງຊີວິດໃນປະເທດໄດ້ຮັບການປັບປຸງ ແລະຄວາມສາມາດເຊື່ອມຕໍ່ນັບມື້ນັບສະດວກ.
ຄຽງຂ້າງນັ້ນ, ໂຄງການຂະໜາດໃຫຍ່ ສືບຕໍ່ໄດ້ຈັດຕັ້ງປະຕິບັດເພື່ອແນໃສ່ຍົກສູງກໍາລັງຄວາມສາມາດໃນການຮັບໃຊ້ນັກທ່ອງທ່ຽວ. ກຸ່ມບໍລິສັດສາກົນຫຼາຍແຫ່ງກຳລັງຮ່ວມມືກັນພັດທະນາຣີສອດ, ໂຮງແຮມໃນສະຖານທີ່ຈຸດສຸມເຊັ່ນ: ຟູກວກ ແລະວຸ້ງເຕົ່າ, ເຊິ່ງປະກອບສ່ວນເຂົ້າໃນການເປີດກວ້າງແຫຼ່ງສະໜອງຫ້ອງພັກເຊົາໃນຊຸມປີຕໍ່ໜ້າ. ຢູ່ເຂດທີ່ມີທິວທັດທຳມະຊາດທີ່ສວຍງາມ, ເຊັ່ນ: ພາກເໜືອ ແລະພາກກາງ, ທ່າອ່ຽງການທ່ອງທ່ຽວເພື່ອບຳລຸງ, ຮັກສາສຸຂະພາບກໍ່ກຳລັງພັດທະນາເຊັ່ນກັນ, ໂດຍມີການເຂົ້າຮ່ວມຂອງເຄື່ອງໝາຍການຄ້າໂຮງແຮມສາກົນເຊັ່ນ: Melia Hotels International ແລະ Hilton Hotels & Resorts.
ຄວາມຕ້ອງການນີ້ແມ່ນໄດ້ຮັບການຊຸກຍູ້ຈາກການປັບປຸງການເຊື່ອມຕໍ່ທາງການບິນທີ່ດີຂຶ້ນ, ດ້ວຍການເປີດເສັ້ນທາງບິນໃໝ່ຫຼາຍເສັ້ນທາງ, ເຊິ່ງເຮັດໃຫ້ນັກທ່ອງທ່ຽວສາກົນສາມາດສຳຜັດຫຼາຍຂຶ້ນ. ອີງຕາມຕົວເລກສະຖິຕິຂອງ VNAT, ປີ 2025, ຈຳນວນນັກທ່ອງທ່ຽວຈາກສິງກະໂປ ເພີ່ມຂຶ້ນ 15,5% ເມື່ອທຽບໃສ່ປີກາຍ. ເສັ້ນທາງບິນໃໝ່ທີ່ຫາກໍ່ເປີດໃນຊຸມປີມໍ່ໆມານີ້ ໄດ້ປະກອບສ່ວນເພີ່ມຄວາມສາມາດເຂົ້າເຖິງຂອງນັກທ່ອງທ່ຽວ. ຕົວຢ່າງ, ສາຍການບິນລາຄາຖືກ Scoot ໄດ້ເລີ່ມບິນໄປຍັງ ຟູກວກ ໃນເດືອນທັນວາ 2024, ຕໍ່ຈາກນັ້ນແມ່ນ ຍາຈາງ, ນະຄອນແຄມຝັ່ງທະເລທີ່ຢູ່ພາກໃຕ້ຂອງຫວຽດນາມ, ໃນເດືອນພະຈິກ 2025.
ຢ່າງໃດກໍຕາມ, ຍັງມີປັດໄຈສ່ຽງຫຼາຍຢ່າງ. ຜູ້ຊ່ຽວຊານໄດ້ຕັກເຕືອນກ່ຽວກັບຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະຄວາມຜັນຜວນຂອງລາຄາພະລັງງານອາດຈະສົ່ງຜົນສະທ້ອນຕໍ່ການເຕີບໂຕຂອງເສດຖະກິດທົ່ວໂລກ, ຜ່ານນັ້ນແມ່ນສົ່ງຜົນກະທົບໃສ່ຄວາມຕ້ອງການການທ່ອງທ່ຽວ. ໃນສະພາບການທີ່ຄ່າໃຊ້ຈ່າຍເພີ່ມຂຶ້ນ, ນັກທ່ອງທ່ຽວມັກຈະມີຄວາມອ່ອນໄຫວຫຼາຍຕໍ່ລາຄາ, ເຊິ່ງອາດຈະເຮັດໃຫ້ຄ່າໃຊ້ຈ່າຍໃນການທ່ອງທ່ຽວຫຼຸດລົງ.
ເຖິງຢ່າງໃດກໍ່ຕາມ, ແງ່ຫວັງລວມຂອງຂະແໜງທ່ອງທ່ຽວຫວຽດນາມ ຍັງໄດ້ຕີລາຄາວ່າດີພໍສົມຄວນ. ອີງຕາມ VNAT, ການເຕີບໂຕດ້ານການທ່ອງທ່ຽວຂອງຫວຽດນາມ ສູງສຸດແມ່ນໃນໄຕມາດທຳອິດຂອງປີ 2026 ມີນັກທ່ອງທ່ຽວສາກົນມາທ່ຽວ 6,76 ລ້ານເທື່ອຄົນ, ເພີ່ມຂຶ້ນ 12.4% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ຕະຫຼາດຈຸດສຸມເຊັ່ນ ຈີນ, ສ. ເກົາຫຼີ ແລະໄຕ້ຫວັນ (ຈີນ) ຍັງຄົງເປັນຕົວຂັບເຄື່ອນຫຼັກຊຸກຍູ້ຄວາມຕ້ອງການ.
ໂດຍ: ຈາງຫງວຽນ