ຜົນສຳເລັດຮອບດ້ານທີ່ຫວຽດນາມ ບັນລຸໄດ້ພາຍຫຼັງ 40 ປີແຫ່ງການຈັດຕັ້ງປະຕິບັດການປ່ຽນແປງໃໝ່, ພິເສດແມ່ນໝາກຜົນທີ່ພົ້ນເດັ່ນໃນ 5 ປີມໍ່ໆມານີ້, ໄດ້ຢືນຢັນແນວທາງການພັດທະນາທີ່ຖືກຕ້ອງ ແລະຄວາມສາມາດໃນການບໍລິຫານທີ່ມີປະສິດທິຜົນຂອງພັກຄອມມູນິດຫວຽດນາມ ໃນສະພາບການພາກພື້ນ ແລະໂລກມີການຜັນແປຢ່າງເລິກເຊິ່ງ.
ທ່ານ Veeramalla Anjaiah, ນັກຄົ້ນຄວ້າຂັ້ນສູງ ຢູ່ສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ (CSEAS) ທີ່ມີສໍານັກງານຢູ່ຈາກາຕາ, ປະເທດອິນໂດເນເຊຍ, ໄດ້ຍົກອອກຂໍ້ສັງເກດນີ້ໃນການແລກປ່ຽນກັບນັກຂ່າວສໍານັກຂ່າວສານຫວຽດນາມ ກ່ອນທີ່ຈະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ເຊິ່ງຄາດຄະເນວ່າ ຈະດໍາເນີນຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 19-25 ມັງກອນ 2026.
ຕາມທ່ານ Veeramalla Anjaiah ແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ມີຄວາມໝາຍສຳຄັນເປັນພິເສດ ຍ້ອນວ່າຫວຽດນາມ ຢືນຢູ່ໃນຈຸດເລີ່ມຕົ້ນຂອງໄລຍະການພັດທະນາໃໝ່.
    |
 |
|
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ມີຄວາມໝາຍພິເສດ ເມື່ອຫວຽດນາມ ພວມຢືນຢູ່ໃນຈຸດເລີ່ມຕົ້ນຂອງໄລຍະພັດທະນາໃໝ່. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນສະພາບທີ່ການແກ່ງແຍ້ງຍຸດທະສາດເພີ່ມຂຶ້ນລະຫວ່າງບັນດາປະເທດມະຫາອໍານາດ, ເສດຖະກິດທົ່ວໂລກຊ້ອນແຝງຄວາມສ່ຽງຫຼາຍຢ່າງ, ແລະລັດທິປົກປ້ອງ ກັບຄືນ, ເລື່ອງຫວຽດນາມ ຮັກສາສະຖຽນລະພາບທາງດ້ານການເມືອງ, ການເຕີບໂຕທາງເສດຖະກິດສູງ ແລະເປີດກວ້າງການເຊື່ອມໂຍງເຂົ້າກັບສາກົນ ແມ່ນຜົນສຳເລັດທີ່ເປັນໜ້າສັງເກດສຳລັບບັນດາປະເທດກຳລັງພັດທະນາ.
ຕີລາຄາກ່ຽວກັບໄລຍະທາງ 40 ປີແຫ່ງການປ່ຽນແປງໃໝ່, ທ່ານ Veeramalla Anjaiah ຖືວ່າ ຫວຽດນາມ ໄດ້ປະຕິບັດວິວັດການຫັນປ່ຽນຈາກພື້ນຖານເສດຖະກິດແຜນການລວມສູນໄປສູ່ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມປະສົບຜົນສໍາເລັດ, ພ້ອມທັງເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກນັບມື້ນັບເລິກເຊິ່ງກວ້າງຂວາງ.
ທ່ານ ໄດ້ເນັ້ນໜັກວ່າ: “ຫວຽດນາມ ເປັນຕົວຢ່າງທີ່ພົ້ນເດັ່ນ ເຊິ່ງສະແດງໃຫ້ເຫັນການປະຕິຮູບເທື່ອລະກ້າວ, ສະຖຽນລະພາບທາງດ້ານການເມືອງ ແລະວິໄສທັດໄລຍະຍາວສາມາດສ້າງການເຕີບໂຕທີ່ຍືນຍົງ ແລະກວມລວມ”.
ນັກຄົ້ນຄວ້າຂອງ CSEAS ມີຄວາມປະທັບໃຈເປັນພິເສດຕໍ່ຜົນສຳເລັດທາງດ້ານເສດຖະກິດ-ສັງຄົມໃນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII.
ຕາມທ່ານແລ້ວ, ລະດັບການເຕີບໂຕເສດຖະກິດສະເລ່ຍ 6,3% ຕໍ່ປີ, ພ້ອມກັບລະດັບການເຕີບໂຕ 8,02% ໃນປີ 2025, ໄດ້ນໍາຫວຽດນາມ ຢູ່ໃນກຸ່ມບັນດາເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດໃນໂລກ. ຂະໜາດລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ບັນລຸຫຼາຍກວ່າ 514 ຕື້ໂດລາສະຫະລັດ, ລາຍຮັບສະເລ່ຍຕໍ່ຫົວຄົນປະມານ 5.000 ໂດລາສະຫະລັດ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງການປັບປຸງຄຸນນະພາບການດຳລົງຊີວິດຂອງປະຊາຊົນຢ່າງຈະແຈ້ງ.
ຄຽງຂ້າງນັ້ນ, ຕົວເລກທີ່ໜ້າປະທັບໃຈ ເຊັ່ນ: ວົງເງິນການຄ້າບັນລຸປະມານ 930 ຕື້ໂດລາສະຫະລັດ ໃນປີ 2025, ພ້ອມກັບການຟື້ນຟູທີ່ແຂງແຮງຂອງການທ່ອງທ່ຽວ ດ້ວຍນັກທ່ອງທ່ຽວສາກົນຫຼາຍກວ່າ 21,5 ລ້ານເທື່ອຄົນ, ສະແດງໃຫ້ເຫັນເຖິງຄວາມດຶງດູດໃຈທີ່ເພີ່ມຂຶ້ນຂອງຫວຽດນາມ ໃນລະບົບຕ່ອງໂສ້ການສະໜອງໃນພາກພື້ນ ແລະກະແສເງິນລົງທຶນໃນພາກພື້ນ.
ທ່ານ Veeramalla Anjaiah ຖືວ່າ ບໍ່ພຽງແຕ່ການເຕີບໂຕເສດຖະກິດເທົ່ານັ້ນ, ຫວຽດນາມ ຍັງບັນລຸຄວາມຄືບໜ້າໃນການພັດທະນາມະນຸດ ແລະການຮັບປະກັນຊີວິດສັງຄົມພໍສົມຄວນ. ການຫຼຸດຜ່ອນອັດຕາຄວາມທຸກຍາກລົງເຫຼືອ 1,3%, ເພີ່ມອັດຕາສ່ວນເຂົ້າປະກັນສຸຂະພາບ ປະມານ 95% ຂອງປະຊາກອນ, ພ້ອມກັບເລື່ອງດັດຊະນີການພັດທະນາມະນຸດ (HDI) ເພີ່ມຂຶ້ນ 0,766 ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການກໍານົດທິດພັດທະນາ ຖືປະຊາຊົນເປັນໃຈກາງ.
ຜົນງານເຫຼົ່ານີ້ແມ່ນໝາກຜົນຂອງການນຳພາຢ່າງສະເໝີຕົ້ນສະເໝີປາຍຂອງພັກກອມມູນິດຫວຽດນາມ, ຈິດໃຈທີ່ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະກໍາລັງແຮງສາມັກຄີຂອງທົ່ວປວງຊົນທັງຊາດ, ສ້າງປະຖົມປັດໄຈທີ່ສຳຄັນໃຫ້ຫວຽດນາມ ກ້າວໄປສູ່ເປົ້າໝາຍການພັດທະນາຍຸດທະສາດ ໃນປີ 2030 ແລະ ວິໄສທັດ ປີ 2045.
ໃນດ້ານນະໂຍບາຍການພົວພັນຕ່າງປະເທດ, ທ່ານ Veeramalla Anjaiah ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຍິ່ງໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນວ່າ ເປັນຄູ່ຮ່ວມມືທີ່ໝັ້ນຄົງ, ໜ້າເຊື່ອຖື ແລະມີຄວາມຮັບຜິດຊອບ, ຢຶດໝັ້ນແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ. ຖານະບົດບາດປະເທດຊາດໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງຜ່ານນະໂຍບາຍຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະການເປັນເຈົ້າການເຂົ້າຮ່ວມກົນໄກທົ່ວໂລກ.
ນັກຄົ້ນຄວ້າຂອງ CSEAS ຕີລາຄາສູງຕໍ່ນະໂຍບາຍການພົວພັນຕ່າງປະເທດທີ່ນີ້ມນວນແຕ່ຢຶດໝັ້ນຂອງຫວຽດນາມ, ເຊິ່ງໄດ້ອຳນວຍຄວາມສະດວກໃຫ້ຫວຽດນາມ ຮັກສາການພົວພັນທີ່ສົມດຸນກັບບັນດາປະເທດມະຫາອໍານາດ, ພ້ອມທັງປັບປຸງບົດບາດເປັນຄູ່ຮ່ວມມືທີ່ໝັ້ນຄົງ ແລະໜ້າໄວ້ເນື້ອເຊື່ອໃຈໃນພາກພື້ນ.
ຕາມທ່ານແລ້ວ, ເຄືອຂ່າຍການພົວພັນຄູ່ຮ່ວມມືຍຸດທະສາດ ແລະຍຸດທະສາດຮອບດ້ານ ທີ່ຫວຽດນາມ ສ້າງຂຶ້ນໄດ້ປະກອບສ່ວນເຂົ້າໃນການຍົກສູງທີ່ຕັ້ງສາກົນໃນສະພາບແວດລ້ອມຂອງການແກ່ງແຍ້ງພູມສາດການເມືອງທີ່ນັບມື້ຮຸນແຮງຂຶ້ນເລື້ອຍໆ.
ທ່ານ Veeramalla Anjaiah ໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະສືບຕໍ່ວາງການກໍານົດທິດຍຸດທະສາດທີ່ຖືກຕ້ອງ, ຊ່ວຍໃຫ້ຫວຽດນາມ ນຳໃຊ້ໂອກາດໃໝ່ໃຫ້ດີ, ຜ່ານຜ່າສິ່ງທ້າທາຍ ແລະຫັນເປົ້າໝາຍກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝໃນປີ 2030, ກ້າວໄປສູ່ປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ.
ທ່ານ ເນັ້ນໜັກວ່າ: “ສິ່ງທີ່ບັນລຸໄດ້ໃນສີ່ທົດສະວັດຜ່ານມາໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ມີພື້ນຖານເພື່ອກ້າວເຂົ້າສູ່ສັງກາດແຫ່ງການພັດທະນາຢ່າງໝັ້ນໃຈ”.
ໂດຍ: ຈາງຫງວຽນ