ຄົບຊຸດ, ລົງເລິກ ແລະມີປະສິດທິຜົນຢ່າງແທດຈິງ
ປີ 2025, ວຽກງານການພົວພັນຕ່າງປະເທດຂອງນະຄອນເຫວ້ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ມີແບບມີແຜນໃນ 3 ເສົາຄ້ໍາ: ການທູດພັກ, ການທູດລັດ ແລະການທູດປະຊາຊົນ. ໃນນັ້ນ, ພະແນກການຕ່າງປະເທດ ສືບຕໍ່ຢືນຢັນບົດບາດຫຼັກແຫຼ່ງໃນການເປັນເສນາທິການ, ຄຸ້ມຄອງລັດ ກ່ຽວກັບວຽກງານການຕ່າງປະເທດ, ຕິດພັນການເຄື່ອນໄຫວພົວພັນຕ່າງປະເທດ ກັບເປົ້າໝາຍພັດທະນາເສດຖະກິດ-ສັງຄົມ, ຮັບປະກັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຍົກສູງຖານະທີ່ຕັ້ງຂອງນະຄອນໃນເວທີສາກົນ.
    |
 |
|
ວຽກງານການພົວພັນຕ່າງປະເທດ ປະກອບສ່ວນດຶງດູດການທ່ອງທ່ຽວ ມາເຫວ້. ພາບ: huengaynay.vn |
ການທູດລັດ ໄດ້ສ້າງຂີດໝາຍຢ່າງຈະແຈ້ງດ້ວຍການເປີດກວ້າງ ແລະຍົກສູງການພົວພັນຮ່ວມມືສາກົນ. ນະຄອນເຫວ້ ໄດ້ລົງນາມຂໍ້ຕົກລົງຮ່ວມມືໃໝ່ 3 ສະບັບ ກັບແຂວງ Nara (ຍີ່ປຸ່ນ), ແຂວງ Chungcheonam (ສ.ເກົາຫຼີ) ແລະເວທີປາໄສເສດຖະກິດ ຫວຽດນາມ-ສະວິດ; ພ້ອມທັງສົ່ງເສີມຂໍ້ຕົກລົງອື່ນຕື່ມອີກຈໍານວນ 4 ສະບັບ, ຍົກຈໍານວນການພົວພັນຮ່ວມມືຂັ້ນແຂວງ, ນະຄອນ ຂຶ້ນເປັນ 17 ຄູ່. ນີ້ແມ່ນພື້ນຖານສໍາຄັນເພື່ອໃຫ້ນະຄອນເຫວ້ ນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກວ່າ, ເປີດກວ້າງຂົງເຂດການຮ່ວມມືທີ່ແທດຈິງ ແລະຍືນຍົງກັບບັນດາຄູ່ຮ່ວມມືສາກົນ.
ການທູດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຜັນຂະຫຍາຍຢ່າງແໜ້ນແຟ້ນ, ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ ແລະອະທິປະໄຕຊາຍແດນ, ໝູ່ເກາະ. ຢູ່ 2 ເສັ້ນຊາຍແດນ, ບັນດາກໍາລັງທີ່ກ່ຽວຂ້ອງໄດ້ສົມທົບກັນຢ່າງແໜ້ນແຟ້ນກັບອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະພັດທະນາເທື່ອລະກ້າວ. ພ້ອມທັງຍູ້ແຮງການໂຄສະນາ, ການສຶກສາກ່ຽວກັບອະທິປະໄຕທະເລ, ໝູ່ເກາະ, ຕ້ານ ແລະສະກັດກັ້ນການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU).
ຈຸດພົ້ນເດັ່ນອື່ນອີກໃນປີ 2025 ແມ່ນການທູດວັດທະນະທໍາ. ຜ່ານການເຄື່ອນໄຫວຂອງ “ປີທ່ອງທ່ຽວແຫ່ງຊາດເຫວ້ 2025”, ນະຄອນ ໄດ້ເປັນເຈົ້າພາບຈັດຕັ້ງ 3 ກອງປະຊຸມສາກົນຂະໜາດໃຫຍ່, ພ້ອມກັບກອງປະຊຸມ, ກອງປະຊຸມສໍາມະນາສາກົນອື່ນອີກນັບ 10 ຄັ້ງ. ບັນດາເຫດການນີ້ບໍ່ພຽງແຕ່ຢືນຢັນກຳລັງຄວາມສາມາດຈັດຕັ້ງຂອງເຫວ້ ເທົ່ານັ້ນ, ຫາກຍັງປະກອບສ່ວນແຜ່ຂະຫຍາຍພາບພົດຂອງນະຄອນ ມໍລະດົກທີ່ເຕັມໄປດ້ວຍສີສັນ, ເປັນມິດ, ປະດິດຄິດສ້າງ ແລະເຊື່ອມໂຍງຢ່າງແຂງແຮງອີກດ້ວຍ.
ການທູດເສດຖະກິດ ສືບຕໍ່ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບົດບາດທີ່ເປັນກໍາລັງໜູນພັດທະນາ. ຜ່ານບັນດາລາຍການໂຄສະນາທ້ອງຖິ່ນຢູ່ເອີລົບ ແລະອົດສະຕາລີ, ພ້ອມກັບການເປັນເຈົ້າການເຂົ້າເຖິງບັນດາກຸ່ມບໍລິສັດ, ນັກລົງທຶນຍຸດທະສາດ, ນະຄອນເຫວ້ ໄດ້ດຶງດູດໂຄງການ FDI ໃໝ່ 11 ໂຄງການໃນປີ 2025 ດ້ວຍຍອດເງິນລົງທຶນຈົດທະບຽນທັງໝົດຫຼາຍກວ່າ 39 ລ້ານໂດລາສະຫະລັດ. ຄຽງຄູ່ກັນນັ້ນ, ວຽກງານຂົນຂວາຍການອຸປະຖໍາສາກົນ, ການທູດປະຊາຊົນ ແລະການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ ສືບຕໍ່ນຳເອົາແຫຼ່ງກໍາລັງທີ່ແທດຈິງມາໃຫ້ຂະແໜງຮັບປະກັນຊີວິດສັງຄົມ, ຂະແໜງສຶກສາ, ສາທາລະນະສຸກ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ.
ທ່ານ ຫງວຽນວັນຝຸກ ຫົວໜ້າພະແນກການຕ່າງປະເທດຂອງນະຄອນເຫວ້ ເນັ້ນໜັກວ່າ ປີ 2025 ເປັນຂີດໝາຍການຫັນປ່ຽນຢ່າງແຂງແຮງຈາກຈິນຕະນາການ “ການພົວພັນຕ່າງປະເທດ ຮັບໃຊ້” ໄປສູ່ “ການພົວພັນຕ່າງປະເທດ ສ້າງສັນພັດທະນາ”, ໃນຂະນະທີ່ການເຄື່ອນໄຫວພົວພັນຕ່າງປະເທດໄດ້ຕິດແໜ້ນກັບບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ, ໂຄສະນາພາບພົດ, ດຶງດູດການລົງທຶນ ແລະຍົກສູງຖານະບົດບາດຂອງນະຄອນຂຶ້ນກັບສູນກາງ. ນີ້ກໍ່ແມ່ນພື້ນຖານເພື່ອໃຫ້ປີ 2026 ສືບຕໍ່ປ່ຽນແປງໃໝ່ວິທີການຜັນຂະຫຍາຍ, ຍູ້ແຮງການຫັນປ່ຽນດີຈີຕອນ, ເຂົ້າຮ່ວມບັນດາຂົງເຂດໃໝ່ ຄື ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ນະວັດຕະກໍາດ້ວຍຖັນແຖວພະນັກງານນັບມື້ນັບເປັນມືອາຊີບ, ເປັນເຈົ້າການ ແລະພ້ອມທີ່ຈະໄປກ່ອນຢູ່ບັນດາຂົງເຂດທີ່ມີທ່າໄດ້ປຽບ.
    |
 |
|
ກອງປະຊຸມພາກພື້ນອາຊີ-ປາຊີຟິກ ຄັ້ງທີ 5 ຢູ່ ເຫວ້ ປະກອບສ່ວນຍົກສູງຖານະບົດບາດຂອງເຫວ້ ຢູ່ເວທີສາກົນ. ພາບ: huengaynay.vn |
ເປັນເຈົ້າການເຊື່ອມໂຍງ, ນໍາໜ້າໃນຂົງເຂດໃໝ່
ປີ 2026, ນະຄອນເຫວ້ ໄດ້ກໍານົດເອົາການພົວພັນຕ່າງປະເທດແມ່ນໜ້າທີ່ສໍາຄັນ. ຕາມນັ້ນແລ້ວ, ນະຄອນໄດ້ສຸມໃສ່ປ່ຽນແປງໃໝ່ຈິນຕະນາການ ແລະວິທີການຜັນຂະຫຍາຍ, ຖືເອົາການເຊື່ອມໂຍງເສດຖະກິດເປັນກໍາລັງໜູນ, ພ້ອມທັງເປີດກວ້າງການເຊື່ອມໂຍງຮອບດ້ານໃນທຸກຂົງເຂດ. ນະຄອນ ມຸ່ງໄປເຖິງການເຮັດໃຫ້ການພົວພັນມິດຕະພາບກັບບັນດາທ້ອງຖິ່ນຂອງລາວ ເລິກເຊິ່ງກວ່າ, ເປີດກວ້າງການຮ່ວມມືກັບຄູ່ຮ່ວມມືຍຸດທະສາດ ແລະຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ, ໝູນໃຊ້ສັນຍາ FTA ຢ່າງມີປະສິດທິຜົນເພື່ອຊຸກຍູ້ການສົ່ງອອກ, ດຶງດູດການລົງທຶນ ແລະເຂົ້າຮ່ວມເຂົ້າລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າ, ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ ແລະນະວັດຕະກໍາ.
ເຫວ້ ສືບຕໍ່ຍູ້ແຮງການໂຄສະນາພາບພົດຂອງນະຄອນມໍລະດົກທີ່ຂະຫຍັນຂັນເຄື່ອນ, ເຊື່ອມໂຍງຜ່ານບັນດາເຫດການ ແລະເວທີປາໄສສາກົນ, ຕິດພັນກັບການສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ. ພ້ອມທັງເອົາໃຈໃສ່ເປັນພິເສດເຖິງວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ວຽກງານກົງສູນ ແລະປົກປ້ອງພົນລະເມືອງ, ມຸ່ງໄປເຖິງການສ້າງເຄືອຂ່າຍນັກປັນຍາຊົນ, ນັກຊ່ຽວຊານເຫວ້ ທັງຢູ່ພາຍໃນ ແລະຕ່າງປະເທດເພື່ອຮັບໃຊ້ການພັດທະນາແບບຍືນຍົງ.
ທ່ານ ຫງວຽນວັນຝຸກ ຫົວໜ້າພະແນກການຕ່າງປະເທດ ໃຫ້ຮູ້ວ່າ: ໃນໄລຍະພັດທະນາໃໝ່, ການນໍານະຄອນ ຕັ້ງຄວາມຫວັງໄວ້ວ່າ ການພົວພັນຕ່າງປະເທດຈະກາຍເປັນເສົາຄໍ້າພັດທະນາຢ່າງແທ້ຈິງ, ບໍ່ພຽງແຕ່ຢຸດຢູ່ທີ່ການເປີດກວ້າງການພົວພັນເທົ່ານັ້ນ, ຫາກຍັງຕ້ອງນຳເອົາແຫຼ່ງກໍາລັງຢ່າງລະອຽດມາໃຫ້ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ ແລະຍົກສູງຄຸນນະພາບການດໍາລົງຊີວິດຂອງປະຊາຊົນ ອີກດ້ວຍ. ປັດໄຈຫຼັກແຫຼ່ງເພື່ອສ້າງບາດກ້າວບຸກທະລຸໃນໄລຍະຈະມາເຖິງແມ່ນມະນຸດ ແລະລະບອບລະບຽບການ, ດ້ວຍຈຸດສຸມແມ່ນກໍ່ສ້າງຖັນແຖວພະນັກງານການພົວພັນຕ່າງປະເທດໃຫ້ເປັນມືອາຊີບ, ເກ່ັງພາສາຕ່າງປະເທດ, ເຂົ້າໃຈສາກົນ, ພ້ອມທັງຍູ້ແຮງການປະຕິຮູບການບໍລິຫານ ແລະການຫັນເປັນດີຈີຕອນໃນຂົງເຂດການພົວພັນຕ່າງປະເທດ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການເຊື່ອມໂຍງທີ່ນັບມື້ນັບເລິກເຊິ່ງກວ້າງຂວາງຂຶ້ນຕື່ມ.
ດ້ວຍພື້ນຖານອັນໜັກແໜ້ນຂອງປີ 2025 ແລະການກໍານົດທິດບຸກທະລຸໃຫ້ປີ 2026, ວຽກງານການພົວພັນຕ່າງປະເທດນະຄອນເຫວ້ ພວມຫັນປ່ຽນຢ່າງແຂງແຮງ, ຈາກການ “ຮັບເອົາ” ໄປສູ່ການ “ເປັນເຈົ້າການ”, ຈາກການ “ເຂົ້າຮ່ວມ” ໄປສູ່ການ “ປະກອບສ່ວນ”, ຈາກ “ການເຊື່ອມໂຍງຕາມຂົງເຂດ” ໄປສູ່ການ “ເຊື່ອມໂຍງຮອບດ້ານ”. ຂີດໝາຍການພົວພັນຕ່າງປະເທດໃນມື້ນີ້ເປັນບາດກ້າວເດີນທີ່ສໍາຄັນເພື່ອໃຫ້ ເຫວ້ ໝັ້ນໃຈບືນຕົວອອກສູ່ສາກົນໃນສັງກາດພັດທະນາໃໝ່.
ໂດຍ: ໄຊນີດາ