ນະຄອນໂຮ່ຈີມິນ ສຸມແຫຼ່ງກຳລັງຍົກເລີກ “ບັດເຫຼືອງ” ຂອງ EC
ຕາມຕົວເລກສະຖິຕິ, ປັດຈຸບັນ ນະຄອນໂຮ່ຈີມິນ ມີກໍາປັ່ນຫາປາ ກວ່າ 4.700 ລຳ, ໃນນັ້ນ ກຸ່ມກໍາປັ່ນມີຄວາມຍາວແຕ່ 15 ແມັດ ຂຶ້ນໄປແມ່ນຂຸດຄົ້ນ ຢູ່ໄກຝັ່່ງ, ກວມເອົາກວ່າ 60%.
    |
 |
|
ນະຄອນ ໂຮ່ຈີມິນ ເພີ່ມທະວີການຈັດກິດຈະກຳຮັບປະທານອາຫານເຊົ້າພ້ອມກັບຊາວປະມົງ ເພື່ອໂຄສະນາເຜີຍແຜ່ກ່ຽວກັບກົດໝາຍຂະແໜງສິນໃນນ້ຳ. ພາບ: vov.vn |
ຍ້ອນມີການເຂົ້າຮ່ວມຢ່າງຂ້ຽວຂາດຂອງທຸກຂະແໜງການ, ໄລ່ມາຮອດປັດຈຸບັນ 100% ກໍາປັ່ນຫາປາເຂົ້າທຽບທ່າ ໃນບໍລິເວນລ້ວນແຕ່ປະຕິບັດການກວດກາແຫຼ່ງທີ່ມາຂອງສິນໃນນ້ຳຜ່ານລະບົບເອເລັກໂຕນິກ; ກວ່າ 98% ກໍາປັ່ນຫາປາໄດ້ຕິດຕັ້ງອຸປະກອນຕິດຕາມວິວັດການເຄື່ອນໄຫວ (VMS). ທ່ານນາງ ຟ້າມທິນາ, ຮອງຫົວໜ້າພະແນກກະສິກຳ ແລະສິ່ງແວດລ້ອມນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ພວມສຸມໃສ່ຊີ້ນຳການສຳຫຼວດກວດກາຄືນບັນດາກໍາປັ່ນຫາປາທີ່ບໍ່ມີເງື່ອນໄຂຄົບຖ້ວນ, ພິເສດແມ່ນບັນດາກໍາປັ່ນທີ່ຍັງບໍ່ທັນມີໃບອະນຸຍາດຂຸດຄົ້ນສິນໃນນ້ຳ, ເພື່ອນຳເຂົ້າຄຸ້ມຄອງ. ມອບໝາຍໜ້າທີ່ຮັບຜິດຊອບໃຫ້ແກ່ທະຫານປ້ອງກັນຊາຍແດນປະຕິບັດວຽກງານກວດກາ, ຄວບຄຸມຢ່າງເຂັ້ມງວດ, ບໍ່ປະໃຫ້ກໍາປັ່ນທີ່ບໍ່ມີເງື່ອນໄຂຄົບຖ້ວນອອກຝັ່ງ, ອອກຈາກທ່າ”.
ປັດຈຸບັນ, ນະຄອນໂຮ່ຈີມິນ ພວມຮັກສາບັນດາຮູບແບບໂຄສະນາຢ່າງມີປະສິດທິຜົນ, ໃນນັ້ນ, ມີການເຄື່ອນໄຫວ “ກາເຟຕອນເຊົ້າພ້ອມກັບຊາວປະມົງ”, ເພື່ອກຳໄດ້ຄວາມມຸ່ງມາດປາດຖະໜາຂອງຊາວປະມົງ ມຸ່ງໄປເຖິງການພັດທະນາຂະແໜງສິນໃນນ້ຳແບບຍືນຍົງ.
ແຫຼ່ງຄັດຈາກ: vovworld.vn