ບັນດາ “ຈຸດອຸດຕັນ” ໃຫຍ່

ໂດຍຕັ້ງຢູ່ໃນພາກພື້ນທີ່ພັດທະນາຢ່າງຂະຫຍັນຂັນເຄື່ອນຂອງໂລກ, ບ່ອນທີ່ມີກະແສສິນຄ້າລວມສູນ, ບ່ອນທີ່ມີການພົບປະແລກປ່ຽນທີ່ເຂັ້ມແຂງ ແລະພື້ນຖານເສດຖະກິດມີລະດັບການເປີດກວ້າງຂະໜາດໃຫຍ່, ຢືນຢູ່ອັນດັບທີ 3 ຂອງອາຊຽນ ແລະອັນດັບທີ 32 ຂອງໂລກ; ນອນໃນອັນດັບ 20 ກ່ຽວກັບຂອບຂະໜາດການຄ້າສາກົນ, ອັນດັບ 15 ກ່ຽວກັບການດຶງດູດ FDI, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ, ມີເງື່ອນໄຂເພື່ອພັດທະນາການບໍລິການໂລຈິດສະຕິກ. ຮັບຮູ້ຄວາມສຳຄັນດັ່ງກ່າວນັ້ນຢ່າງຖືກຕ້ອງ, ໃນໄລຍະຜ່ານມາ, ພັກ ແລະລັດ ໄດ້ປະກາດໃຊ້ຫຼາຍກົນໄກ, ນະໂຍບາຍ ແລະຊີ້ນຳການປະຕິບັດມາດຕະການຕ່າງໆຢ່າງມີປະສິດທິຜົນເພື່ອແກ້ໄຂຄວາມຫຍຸ້ງຍາກ, ຫຼຸດຜ່ອນຄ່າໃຊ້ຈ່າຍ, ຍົກສູງກຳລັງແກ່ງແຍ້ງ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການພັດທະນາຂອງຂະແໜງການບໍລິການໂລຈິດສະຕິກ.

leftcenterrightdel
ການເຄື່ອນໄຫວຂົນຖ່າຍ, ຂົນສົ່ງສິນຄ້າທີ່ທ່າເຮືອຕຽນຊາ (ດ່ານັ້ງ). ພາບ: qdnd.vn

ຕາມຂໍ້ມູນຈາກກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ, ດ້ວຍຄວາມເອົາໃຈໃສ່, ການຊີ້ນຳຢ່າງໃກ້ຊິດ, ເດັດຂາດຂອງລັດຖະບານ, ນາຍົກລັດຖະມົນຕີ, ການເຂົ້າຮ່ວມຢ່າງຕັ້ງໜ້າ, ມີປະສິດທິຜົນຂອງບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນ, ຂະແໜງການບໍລິການໂລຈິດສະຕິກຂອງຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງແຮງພໍສົມຄວນ (ສະເລ່ຍເພີ່ມຂຶ້ນແຕ່ 14-16% ຕໍ່ປີ, ທົບກວ່າ 2 ເທົ່າລະດັບເພີ່ມຂຶ້ນສະເລ່ຍຂອງໂລກ; ຂະໜາດຕະຫຼາດການບໍລິການໂລຈິດສະຕິກຂອງຫວຽດນາມ ປະມານ 45-50 ຕື້ໂດລາສະຫະລັດ, ທຽບເທົ່າ 10% GDP ແລະ 5% ວົງເງິນສົ່ງອອກນໍາເຂົ້າ). ປີ 2025, ບັນດາອົງການຈັດຕັ້ງສາກົນ ໄດ້ຈັດຫວຽດນາມ ຢູ່ໃນອັນດັບ 10 ຕະຫຼາດໂລຈິດສະຕິກທີ່ຫາກໍ່ພົ້ນເດັ່ນ; ອັນດັບທີ 4 ໃນພາກພື້ນກ່ຽວກັບດັດຊະນີໂອກາດໂລຈິດສະຕິກ, ອັນດັບ 5 ໃນອາຊຽນ ແລະອັນດັບ 40 ໃນໂລກ ກ່ຽວກັບດັດຊະນີປະສິດທິພາບໂລຈິດສະຕິກ. ຄຽງຂ້າງບັນດາໝາກຜົນທີ່ບັນລຸໄດ້, ຂະແໜງການບໍລິການໂລຈິດສະຕິກຂອງຫວຽດນາມ ພັດທະນາທີ່ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງປະເທດໄດ້ເທື່ອ; ຄ່າໃຊ້ຈ່າຍຍັງຢູ່ໃນລະດັບສູງເມື່ອທຽບກັບບັນດາປະເທດໃນພາກພື້ນ, ພາໄປເຖິງກໍາລັງແກ່ງແຍ້ງຕ່ໍາ; ການເຊື່ອມຈອດພາກພື້ນ, ການເຊື່ອມຕໍ່ພື້ນຖານໂຄງລ່າງແມ່ນຍັງບໍ່ທັນຄົບຊຸດ; ຂາດຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ການຫັນເປັນດີຈີຕອນ, ການຫັນເປັນສີຂຽວໃນໂລຈິດສະຕິກ ແມ່ນພຽງແຕ່ຢູ່ໃນໄລຍະຕົ້ນເທົ່ານັ້ນ... ນີ້ແມ່ນ “ຈຸດອຸດຕັນ” ຂະໜາດໃຫຍ່ທີ່ຕ້ອງມີມາດຕະການຢ່າງຄົບຊຸດ, ມີຄວາມເຂັ້ມແຂງຢ່າງພຽງພໍ ແລະຄວາມເປັນໄປໄດ້ໂດຍໄວເພື່ອແກ້ໄຂ, ຂຸດຄົ້ນແຫຼ່ງກໍາລັງ.

ຈໍາເປັນຕ້ອງມີມາດຕະການຢ່າງຄົບຊຸດ

ວັນທີ 9 ຕຸລາ 2025, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 2229/QĐ-TTg ວ່າດ້ວຍການອະນຸມັດຜ່ານຍຸດທະສາດພັດທະນາການບໍລິການໂລຈິດສະຕິກຂອງຫວຽດນາມ ໄລຍະ 2025-2035, ວິໄສທັດຮອດປີ 2050, ກໍານົດວ່າ: ການພັດທະນາການບໍລິການໂລຈິດສະຕິກຫວຽດນາມ ໃຫ້ຍືນຍົງ, ມີປະສິດທິຜົນ, ຄຸນນະພາບ, ມີມູນຄ່າເພີ່ມສູງ, ກໍາລັງແກ່ງແຍ້ງທີ່ດີ, ເສີມຂະຫຍາຍທ່າໄດ້ປຽບຂອງຫວຽດນາມ ໃນຕ່ອງໂສ້ການສະໜອງ ແລະຕ່ອງໂສ້ມູນຄ່າທົ່ວໂລກ. ໃນໄລຍະ 2025-2035, ອັດຕາສ່ວນຂອງມູນຄ່າເພີ່ມຂຶ້ນຂອງຂະແໜງການບໍລິການໂລຈິດສະຕິກໃນ GDP ບັນລຸ 5-7%, ລະດັບການເຕີບໂຕສະເລ່ຍຂອງຂະແໜງການບໍລິການໂລຈິດສະຕິກ ໃນແຕ່ລະປີ ບັນລຸ 12-15%; ອັດຕາສ່ວນວິສາຫະກິດຈ້າງນອກການບໍລິການໂລຈິດສະຕິກ ບັນລຸ 70-80%, ຄ່າໃຊ້ຈ່າຍໂລຈິດສະຕິກ ເມື່ອທຽບໃສ່ກັບ GDP ຫຼຸດລົງປະມານ 12-15%...

leftcenterrightdel
ທ່າເຮືອຕຽນຊາ (ດ່ານັ້ງ) ເປັນທ່າເຮືອນໍ້າເລິກທີ່ສາມາດບັນຈຸກໍາປັ່ນຂະໜາດໃຫຍ່, ສະດວກໃຫ້ແກ່ການຂຸດຄົ້ນການບໍລິການທ່າເຮືອ ແລະບໍລິການໂລຈິດສະຕິກ. ພາບ: qdnd.vn

ຕາມທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ-ນໍ້າເຂົ້າ (ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ): ເພື່ອຫັນວິໄສທັດ ແລະຄາດໝາຍທີ່ກ່າວມາຂ້າງເທິງນັ້ນໃຫ້ປະກົດຜົນເປັນຈິງ, ຂະແໜງໂລຈິດສະຕິກ ຕ້ອງສຸມໃສ່ປັບປຸງກອບກົດໝາຍໃຫ້ສົມບູນແບບ, ລົງທຶນພັດທະນາພື້ນຖານໂຄງລ່າງທັນສະໄໝ, ຊຸກຍູ້ການເຊື່ອມຕໍ່ພາກພື້ນ, ກໍ່ສ້າງແຫຼ່ງສະໜອງສິນຄ້າ, ພັດທະນາຕະຫຼາດ; ຍູ້ແຮງການຄົ້ນຄວ້າ, ນະວັດຕະກໍາ, ການຫັນເປັນດີຈີຕອນ ແລະການຫັນເປັນສີຂຽວ; ຍົກສູງກຳລັງແກ່ງແຍ້ງ, ຄຸນນະພາບການບໍລິການໂລຈິດສະຕິກ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ກໍ່ສ້າງຖານຂໍ້ມູນແຫ່ງຊາດກ່ຽວກັບໂລຈິດສະຕິກ...

ທີ່ເວທີປາໄສໂລຈິດສະຕິກຫວຽດນາມ 2025 ເມື່ອບໍ່ດົນມານີ້, ບັນດາຊ່ຽວຊານ, ອົງການຈັດຕັ້ງສາກົນ ໄດ້ສະເໜີມາດຕະການພັດທະນາຂະແໜງການບໍລິການໂລຈິດສະຕິກ. ຕາມ ສຈ, ປອ Thomas Sim, ປະທານສະຫະພັນບັນດາສະມາຄົມຜູ້ຮັບຈັດການຂົນສົ່ງສາກົນ (FIATA) ໃຫ້ຮູ້ວ່າ, ໂລກ ພວມຫັນໄປສູ່ໂລຈິດສະຕິກທີ່ສະຫຼາດດ້ວຍລະດັບຄວາມໄວທີ່ບໍ່ເຄີຍມີມາກ່ອນ..

ເພື່ອຊຸກຍູ້ການພັດທະນາຂະແໜງການບໍລິການໂລຈິດສະຕິກ, ທ່ານ ດ່າວຈ້ອງຄວາ ປະທານສະມາຄົມວິສາຫະກິດການບໍລິການໂລຈິດສະຕິກຫວຽດນາມ (VLA) ໄດ້ສະເໜີວ່າ: ຕ້ອງປັບປຸງກົນໄກປະສານງານໂລຈິດສະຕິກແຫ່ງຊາດ (ຄະນະກຳມະການ 1899) ແລະສ້າງຕັ້ງຫ້ອງການໂລຈິດສະຕິກແຫ່ງຊາດຂຶ້ນ. ໃນນັ້ນເປີດກວ້າງຂະໜາດການປະສານງານຂອງຄະນະກຳມະການ 1899 ຈາກ “ປະຕູດຽວແຫ່ງຊາດ, ອາຊຽນ” ໄປສູ່ການກວມລວມໂລຈິດສະຕິກທັງໝົດ ແລະອຳນວຍຄວາມສະດວກໃຫ້ແກ່ການຄ້າແຫ່ງຊາດ; ສ້າງຕັ້ງຫ້ອງການໂລຈິດສະຕິກແຫ່ງຊາດ ໂດຍມີສຳນັກງານທີ່ຕັ້ງຢູ່ກະຊວງອຸດສາຫະກຳ ແລະການຄ້າ ເປັນສູນກາງປະສານງານໂຄງການ, ສັງລວມນະໂຍບາຍ, ໜູນຊ່ວຍການເຄື່ອນໄຫວຂອງຄະນະກຳມະການ, ພ້ອມທັງເປັນຊ່ອງທາງເຊື່ອມຕໍ່ສໍາຄັນກັບປະຊາຄົມວິສາຫະກິດ ແລະສະມາຄົມ.

ນໍາ VLA ກາຍເປັນສະມາຊິກທາງການຂອງຄະນະກໍາມະການ 1899 ແລະຄະນະປະຕິບັດງານທີ່ກ່ຽວຂ້ອງ, ຮັບປະກັນວ່າທັດສະນະຂອງວິສາຫະກິດໂລຈິດສະຕິກ ຈະໄດ້ຮັບການຮັບຟັງນັບແຕ່ຂອດກໍ່ສ້າງ ແລະຜັນຂະຫຍາຍປະຕິບັດໂຄງການ, ແຜນຮ່າງກ່ຽວກັບໂລຈິດສະຕິກ. ລະບຸຢ່າງຈະແຈ້ງກ່ຽວກັບ VLA ເພື່ອໃຫ້ກາຍເປັນ “ສູນແຫ່ງຊາດ” ໃນຂົງເຂດໂລຈິດສະຕິກ ແລະກົນໄກສົມທົບກັນປະຕິບັດຍຸດທະສາດ. ເພີ່ມທະວີການເຂົ້າຮ່ວມຂອງ VLA ໃນການຫັນເປັນດີຈີຕອນ, ການຫັນເປັນສີຂຽວ ແລະພັດທະນາພື້ນຖານໂຄງລ່າງໂລຈິດສະຕິກ. ເສີມຂະຫຍາຍບົດບາດຂອງ VLA ໃນການຫັນເປັນມາດຕະຖານ, ບຳລຸງສ້າງຊັບພະຍາກອນມະນຸດ ແລະການປຶກສາຫາລືນະໂຍບາຍ...

ໂດຍ: ໄຊຊະນະ