ສັນຍາການຄ້າເສລີ ຫວຽດນາມ - EFTA (ກຸ່ມບັນດາປະເທດສະມາຄົມການຄ້າເສລີເອີລົບ ລວມມີ: ສະວິດ, ນອກແວ, ໄອແລນ ແລະ ລິກເຕນສະແຕນ) ພວມຢູ່ໃນໄລຍະເຈລະຈາ ແລະຄາດວ່າຈະໄດ້ຮັບການລົງນາມໂດຍໄວ. ໄດ້ຮັບການຕີລາຄາວ່າ ມີຫຼາຍຈຸດຄ້າຍຄືກັນກັບ FTA ລຸ້ນໃໝ່ທີ່ຫວຽດນາມ ໄດ້ລົງນາມ ແລະປະຕິບັດ, EFTA ສ້າງຄວາມສະດວກໃຫ້ວິສາຫະກິດສາມາດປັບຕົວຢ່າງວ່ອງໄວ, ໝູນໃຊ້ບົດຮຽນໃນການປະຕິບັດຕາມຄຳໝັ້ນສັນຍາຢ່າງເຂັ້ມງວດ, ຍົກສູງຄຸນນະພາບຜະລິດຕະພັນ, ຂະບວນການຜະລິດ ແລະເປີດກວ້າງຕະຫຼາດສົ່ງອອກ.
ພາບລວມກ່ຽວກັບການພົວພັນດ້ານການຄ້າລະຫວ່າງຫວຽດນາມ ແລະກຸ່ມ EFTA ກໍ່ຄືກາລະໂອກາດ, ສິ່ງທ້າທາຍຕໍ່ວິສາຫະກິດຫວຽດນາມ ໃນຕະຫຼາດບັນດາປະເທດ EFTA, ທ່ານ ດິງສີມິງລັງ, ຜູ້ຕາງໜ້າກົມພັດທະນາຕະຫຼາດຕ່າງປະເທດ (ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ) ໃຫ້ຮູ້ວ່າ ເຖິງວ່າຂະໜາດຕະຫຼາດ EFTA ບໍ່ກວ້າງຂວາງກໍ່ຕາມ, ແຕ່ນີ້ແມ່ນພາກພື້ນທີ່ລວມເອົາບັນດາປະເທດທີ່ມີລາຍຮັບສູງ, ມີມາດຕະຖານເຄັ່ງຄັດ ແລະມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຂອງວິສາຫະກິດທີ່ມີກໍາລັງຄວາມສາມາດ. ບັນດາຂະແໜງການເຊັ່ນ: ການປຸງແຕ່ງສະບຽງອາຫານ, ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບ, ອຸປະກອນເອເລັກໂຕນິກ, ສິນຄ້າອຸປະໂພກບໍລິໂພກລະດັບສູງສາມາດເຂົ້າຮ່ວມໃນລະບົບຕ່ອງໂສ້ການສະໜອງຂອງ EFTA ຖ້າມີການກະກຽມດີ ແລະມີຍຸດທະສາດທີ່ເໝາະສົມ.
“ເຖິງວ່າຍັງບໍ່ທັນໄດ້ລົງນາມກໍ່ຕາມ, ແຕ່ກາລະໂອກາດຂອງວິສາຫະກິດ, ທ້ອງຖິ່ນ ແລະຂະແໜງສິນຄ້າຂອງຫວຽດນາມ ເຂົ້າ EFTA ແມ່ນໃຫຍ່ຫຼວງທີ່ສຸດ. ຢູ່ແຕ່ລະເຂດ, ພາກຂອງຫວຽດນາມ, ລ້ວນແຕ່ມີຂະແໜງສິນຄ້າຕົ້ນຕໍສອດຄ່ອງກັບບັນດາຕະຫຼາດທີ່ມີທ່າແຮງໃນ EFTA. ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດຕ້ອງເອົາໃຈໃສ່ເຖິງມາດຕະຖານທີ່ຍືນຍົງໃຫ້ແກ່ປະເພດສິນຄ້າ, ພິເສດແມ່ນມາດຕະຖານສຸຂະອະນາໄມຄວາມປອດໄພດ້ານສະບຽງອາຫານທີ່ເຄັ່ງຄັດທີ່ສຸດ”, ທ່ານ ດິງສີມິງລັງ ໃຫ້ຂໍ້ສັງເກດວ່າ.
ຄຽງຄູ່ກັນນັ້ນ, ເຖິງວ່າຕັ້ງຢູ່ໃນ ອີຢູ ແລະບໍ່ຂຶ້ນກັບ ອີຢູ ກໍ່ຕາມ, ແຕ່ບັນດາປະເທດໃນພາກພື້ນ EFTA ຍັງປະຕິບັດຕາມຂໍ້ກຳນົດຂອງ ອີຢູ. ສະນັ້ນ, ຜະລິດຕະພັນໄມ້ສົ່ງອອກຂອງຫວຽດນາມ ຕ້ອງປະຕິບັດຕາມຂໍ້ກຳນົດຂອງເອີລົບ. ບັນດາຜະລິດຕະພັນເຄື່ອງຕຳແຜ່ນຕັດຫຍິບ ແລະເກີບຕ້ອງຍົກສູງຄວາມຮັບຜິດຊອບຕໍ່ສັງຄົມ ແລະສິ່ງແວດລ້ອມ; ຜະລິດຕະພັນກາເຟ ຄວນເອົາໃຈໃສ່ເຖິງມາດຕະຖານຄຸນນະພາບການຂົ້ວ, ບົດ, ມາດຕະຖານຄວາມປອດໄພຂອງອາຫານແບບຍືນຍົງ, ໂດຍສະເພາະແມ່ນມາດຕະຖານທາງດ້ານອິນຊີ ກໍ່ຄືແຫຼ່ງທີ່ມາຂອງເຂດປູກ.
ລວມທັງບັນດາປະເທດທີ່ມີລາຍໄດ້ສູງ, ຜູ້ບໍລິໂພກໃນພາກພື້ນ EFTA ເວົ້າລວມ ແລະ ນອກແວ ເວົ້າສະເພາະແມ່ນໃຫ້ຄວາມສໍາຄັນເປັນພິເສດກ່ຽວກັບຄຸນຄ່າດ້ານຈັນຍາບັນແລະຄວາມຍືນຍົງຂອງຜະລິດຕະພັນຫຼາຍກ່ວາລາຄາ. ທ່ານນາງ ຫງວຽນທິຮ່ວາງທຸຍ, ທີ່ປຶກສາດ້ານການຄ້າຫວຽດນາມ ປະຈຳຊູແອັດ ທັງປະຈໍາຢູ່ ແດນມາກ, ຟິນແລນ, ໄອແລນ, ນອກແວ ແລະ ລັດເວຍ ໃຫ້ຮູ້ວ່າ: ບັນດາປັດໄຈ, ຄື: “ກາກບອນຕ່ຳ”, ຜະລິດຕະພັນນຳໃຊ້ພະລັງງານທົດແທນ, ການຫຸ້ມຫໍ່ຊີວະພາບ ຈະຊ່ວຍເພີ່ມທະວີການແຂ່ງຂັນໃຫ້ບັນດາຜະລິດຕະພັນສົ່ງອອກຂອງຫວຽດນາມ. ນອກຈາກນັ້ນ, ບັນດາເລື່ອງລາວກ່ຽວກັບບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະແຕກຕ່າງກັນ ກໍ່ສາມາດຊ່ວຍໃຫ້ສິນຄ້າຫວຽດນາມ ສາມາດເຂົ້າສູ່ກຸ່ມລະດັບສູງກວ່າ.
ນອກຈາກນັ້ນ, ທ່ານນາງ ຫງວຽນທິຮ່ວາງທຸຍ ຍັງຊີ້ໃຫ້ເຫັນຂໍ້ຈຳກັດຂອງວິສາຫະກິດຫວຽດນາມ ເມື່ອສົ່ງເສີມການຄ້າເຂົ້າ ນອກແວ ເຊັ່ນ: ຍັງຂາດຂໍ້ມູນຂ່າວສານດ້ານຕະຫຼາດ, ເອກະສານດີຈີຕອນ, ຂາດຄວາມໂປ່ງໃສໃນຕໍ່ແຫຼ່ງທີ່ມາຂອງຜະລິດຕະພັນ... ສະນັ້ນ, ບັນດາວິສາຫະກິດຕ້ອງສ້າງເອກະສານດີຈີຕອນທີ່ໂປ່ງໃສ, ພັດທະນາບັນດາກຸ່ມສິນຄ້າສະເພາະ, ຄື: ອາຫານທະເລສະອາດ, ເຄື່ອງເຟີນີເຈີຂຽວ, ເຄື່ອງຕຳແຜ່ນຕັດຫຍິບທີ່ມີແຫຼ່ງທີ່ມາຢ່າງຈະແຈ້ງ ນັ້ນແມ່ນຍຸດທະສາດທີ່ເປັນພື້ນຖານເພື່ອສ້າງຈຸດຢືນທີ່ຍືນຍົງໃຫ້ແກ່ຜະລິດຕະພັນຕະຫຼາດ EFTA.
ຕີລາຄາວ່າ ການເຂົ້າຮ່ວມຕະຫຼາດ EFTA ແມ່ນພື້ນຖານທີ່ດີເພື່ອເຂົ້າເຖິງຫຼາຍຕະຫຼາດ FTA ດ້ວຍຫຼາຍບຸລິມະສິດທາງດ້ານພາສີ, ທ່ານນາງ ປອ ຫວູທິເຟືອງມາຍ, ສັງກັດມະຫາວິທະຍາໄລການຄ້າຕ່າງປະເທດຮ່າໂນ້ຍ - ຜູ້ຕາງໜ້າກຸ່ມນັກຊ່ຽວຊານຄົ້ນຄວ້າຂອງໂຄງການຍ່ອຍເພື່ອຊຸກຍູ້ການພົວພັນດ້ານການຄ້າ ຫວຽດນາມ - EFTA ຖືວ່າ: ຜົນກະທົບມະຫາພາກ ເມື່ອສັນຍາ EFTA ມີຜົນສັກສິດຈະຊ່ວຍໃຫ້ GDP ຫວຽດນາມ ເຕີບໂຕເມື່ອປະຕິບັດການຫຼຸດພາສີທີ່ມີໄລຍະທາງລົງ ຫຼື ຫຼຸດພາສີລົງ. ພິເສດ, ຈະມີຜົນກະທົບຢ່າງຕັ້ງໜ້າຕໍ່ຂະແໜງສິນຄ້ານໍາເຂົ້າ ແລະສົ່ງອອກເຊັ່ນ: ຕົ້ນໄມ້ປູກ, ສິນໃນນ້ຳ, ເຄື່ອງຕຳແຜ່ນຕັດຫຍິບ, ເກີບ, ການຂົນສົ່ງ ແລະທະນາຄານການເງິນ. ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກວ່າ EFTA ຊຸກຍູ້ການພັດທະນາແບບຍືນຍົງ ແລະການຫຼຸດຜ່ອນຄວາມທຸກຍາກ, ສະນັ້ນ ອາດຈະມີຜົນກະທົບບໍ່ດີຕໍ່ບາງຂະແໜງສິນຄ້າສົ່ງອອກ.
“ວິສາຫະກິດຫວຽດນາມ ກຳລັງຢືນຢູ່ຕໍ່ໜ້າກາລະໂອກາດໃຫຍ່ເພື່ອເຂົ້າຕະຫຼາດລະດັບສູງ EFTA. ເຖິງຢ່າງໃດກໍຕາມ, ເພື່ອເຂົ້າຕະຫຼາດນີ້ບັນດາວິສາຫະກິດຫວຽດນາມ ຕ້ອງເປັນເຈົ້າການຍົກສູງກຳລັງຄວາມສາມາດເຊື່ອມໂຍງດ້ວຍການຄົ້ນຄວ້າ, ສຶກສາກົດລະບຽບແຫຼ່ງກຳເນີດ, ຄວາມນິຍົມຂອງຕະຫຼາດ EFTA, ມາດຕະຖານເຕັກນິກ, ສຸຂະອະນາໄມຄວາມປອດໄພສະບຽງອາຫານ. ພ້ອມທັງກະກຽມແຫຼ່ງກໍາລັງໃຫ້ເປັນຢ່າງດີ, ເຕັກໂນໂລຢີ ແລະບັນດາຊ່ອງທາງຊອກຫາແຫຼ່ງກໍາເນີດ, ການຫຸ້ມຫໍ່ທີ່ຍືນຍົງ, ກໍາລັງຄວາມສາມາດຜະລິດສະອາດ. ຄຽງຂ້າງນັ້ນ, ວິສາຫະກິດຄວນລົງທຶນສ້າງເຄື່ອງໝາຍການຄ້າທີ່ຕິດພັນກັບ ESG, ໂຄສະນາເຄື່ອງໝາຍການຄ້າທີ່ເໝາະສົມກັບຄວາມນິຍົມຂອງເອີລົບ ແລະຊ່ອງທາງການຈໍາໜ່າຍທີ່ຫຼາຍຮູບຫຼາຍແບບໂດຍສົມທົບກັບມູນເຊື້ອ ແລະການຄ້າເອເລັກໂຕນິກຂ້າມຊາຍແດນ…”, ທ່ານນາງ ປອ ຫວູ້ທິເຟືອງມາຍ ໃຫ້ຮູ້ຄືແນວນັ້ນ.
ໂດຍ: ຈາງຫງວຽນ