ໂຄງການແມ່ນເພື່ອແນໃສ່ຂົນຂວາຍປະຊາຊົນຮ່ວມແຮງຮ່ວມໃຈ, ປະກອບເຫື່ອແຮງສະໜັບສະໜູນ ເພື່ອໜູນຊ່ວຍຄ່າໃຊ້ຈ່າຍໃນການກວດປິ່ນປົວພະຍາດ, ຮຽນວິຊາຊີບ, ກໍ່ສ້າງ, ສ້ອມແປງເຮືອນແຫ່ງຄວາມເມດຕາ, ມອບຂອງຂວັນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມທີ່ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ. ໂຄງການວາງເປົ້າໝາຍຂົນຂວາຍໄດ້ເງິນກ່ວາ 2 ຕື້ດົ່ງ (ເກືອບ 85.000 USD) ເພື່ອໜູນຊ່ວຍການກວດປິ່ນປົວພະຍາດ, ຟື້ນຟູຮ່າງກາຍ; ໜູນຊ່ວຍການກູ້ຢຶມເງິນທຶນເພື່ອທຳການຜະລິດ, ກໍ່ສ້າງ, ສ້ອມແປງເຮືອນໃໝ່, ໜູນຊ່ວຍຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. 

leftcenterrightdel
ການປຸກລະດົມໂຄງການ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ, ປີ 2024”. ພາບ: vov.vn

ທີ່ພິທີປຸກລະດົມ, ທ່ານພົນຕີ ຫງວຽນຮຶວຈິງ ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ຮຽກຮ້ອງວ່າ: ປັດຈຸບັນ, ຫວຽດນາມ ຍັງມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມນັບລ້ານຄົນ, ເຂົາເຈົ້າແມ່ນຄົນທີ່ເປັນພະຍາດປົວຍາກ, ດ້ວຍຄວາມເຈັບປວດທັງທາງຮ່າງກາຍ ແລະຈິດໃຈ. ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຕ້ອງໄດ້ຮັບການແບ່ງປັນ ແລະການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມເພື່ອລົບລ້າງຄວາມເຈັບປວດ, ຄວາມທຸກຍາກ. ແຕ່ລະຂໍ້ຄວາມທີ່ສົ່ງໄປຈະໄດ້ຮັບການສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງຈາກຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ໂດຍ: ກວຽດເຕິມ