ຄາດວ່າ, ວັນທີ 15 ເມສາ, ໂຮງງານໄຟຟ້າ ຝູມີ້ 3 ຈະເລີ່ມຮັບອາຍແກັດແຫຼວ LNG ເພື່ອແຈກໄຟຟ້າ. ທ່ານ ຫງວຽນກວັກຈູງ, ໃຫ້ຮູ້ວ່າ: “ປີ 2024, ກຸ່ມບໍລິສັດໄຟຟ້າຫວຽດນາມ ຊີ້ນຳບັນດາຫົວໜ່ວຍ, ໃນນັ້ນມີສູນບໍລິຫານລະບົບໄຟຟ້າແຫ່ງຊາດ ນຳເອົາແຫຼ່ງພະລັງງານໃໝ່ເຂົ້າເຄື່ອນໄຫວ, ນັ້ນແມ່ນອາຍແກັດແຫຼວ LNG. ນີ້ເປັນຄັ້ງທຳອິດທີ່ພວກເຮົານຳໃຊ້ LNG ເພື່ອແຈກໄຟຟ້າ. ນີ້ແມ່ນໜຶ່ງໃນບັນດາມາດຕະການແກ້ໄຂທີ່ບັນລຸປະສິດທິພາບເພື່ອໃຫ້ ຫວຽດນາມ ມີແຫຼ່ງໄຟຟ້າເພີ່ມເຕີມໃຫ້ແກ່ປະເທດຊາດ”.

ແຫຼ່ງຄັດຈາກ: vovworld.vn