ທີ່ການພົບປະກັບທ່ານ John Podesta, ທີ່ປຶກສາຂັ້ນສູງກ່ຽວກັບນະໂຍບາຍການປ່ຽນແປງຂອງດິນຟ້າອາກາດສາກົນ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກຮ່ວມມືກັບອາເມລິກາ ເພື່ອປະຕິບັດຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງຫວຽດນາມ ໃນຂອບເຂດການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP) ກໍຄືເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ 0 ໃນປີ 2050. ສ່ວນທ່ານ John Podesta ໃຫ້ຮູ້ວ່າ ອາເມລິກາ ຈະສືບຕໍ່ເພີ່ມທະວີການໜູນຊ່ວຍຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນການພັດທະນາພະລັງງານສະອາດ, ການຖ່າຍທອດເຕັກໂນໂລຢີພະລັງງານທົດແທນ.

leftcenterrightdel
ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີຫວຽດນາມ ທີ່ການພົບປະກັບທ່ານ John Podesta, ທີ່ປຶກສາຂັ້ນສູງກ່ຽວກັບນະໂຍບາຍການປ່ຽນແປງຂອງດິນຟ້າອາກາດສາກົນ ຢູ່ທໍານຽບຂາວ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການໂອ້ລົມສົນທະນາກັບຜູ້ຕາງໜ້າວິສາຫະກິດແຖວໜ້າຂອງອາເມລິກາ ເກືອບ 30 ແຫ່ງ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ຈະສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດອາເມລິກາ ເຂົ້າມາລົງທຶນຢູ່ຫວຽດນາມ ກວ່າອີກ. ໃນຂະນະນັ້ນ, ທ່ານ Ted Osius, ປະທານສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ໃຫ້ຮູ້ວ່າ, ບັນດາວິສາຫະກິດອາເມລິກາ ຕີລາຄາສູງຕໍ່ການບໍລິຫານຂອງລັດຖະບານຫວຽດນາມ ແລະ ປາດຖະ ໜາວ່າ ລັດຖະບານຫວຽດນາມ ຈະສືບຕໍ່ສ້າງສະພາບແວດລ້ອມ, ນະໂຍບາຍ, ລະບອບລະບຽບການທີ່ສະດວກກວ່າ ເພື່ອໃຫ້ນັບມື້ນັບມີວິສາຫະກິດອາເມລິກາຫຼາຍແຫ່ງເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດເຕັກໂນໂລຢີ, ພະລັງງານທົດແທນ, ສາທາລະນະສຸກ....

ໂດຍ: ທູຈາງ