ວັນທີ 8 ມີນາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມ ໝາກພິກໄທ ແລະ ຕົ້ນພັກຫອມຫວຽດນາມ ໄດ້ຈັດກອງປະຊຸມສາກົນຂະແໜງໝາກພິກໄທ ແລະ ເຄື່ອງເທດ ຫວຽດນາມ- VIPO 2024  ຫ້ວຍຫົວເລື່ອງ “ຂະແໜງເຄື່ອງເທດ ຫວຽດນາມ-ຄວາມຍືນຍົງຮອບດ້ານ”.

leftcenterrightdel
ກອງ​ປະ​ຊຸມ​ສາ​ກົ​ນ​ຂະ​ແໜງ​ໝາກ​ພິກ​ໄທ ແລະເຄື່ອງ​ເທດ ຫວຽດ​ນາມ. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນຄັ້ງທີ 4 ທີ່ສະຫະສະມາຄົມໝາກພິກໄທ ແລະຕົ້ນພັກຫອມຫວຽດນາມ ຈັດກອງປະຊຸມສາກົນຂະແໜງໝາກພິກໄທ ແລະເຄື່ອງເທດ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການສົ່ງອອກເຄື່ອງເທດປະເພດຕ່າງໆຂອງ ຫວຽດນາມ, ເພີ່ມທະວີການເຊື່ອມຕໍ່ກັບຕະຫຼາດ, ວິສາຫະກິດສົ່ງອອກພາຍໃນປະເທດ ກັບລູກຄ້າຕ່າງປະເທດ, ພິເສດແມ່ນບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຄື: ເອີລົບ, ອາເມລິກາ, ເຂດຕາເວັນອອກກາງ, ຈີນ, ອິນເດຍ…

ກອງປະຊຸມສາກົນ VIPO 2024  ຈັດຂຶ້ນແຕ່ວັນທີ  8-10 ມີນາ ລວມມີຫຼາຍເນື້ອໃນປຶກສາຫາລື, ແບ່ງປັນ ກ່ຽວຂ້ອງເຖິງຂັ້ນຕອນການພັດທະນາ ຂອງຂະແໜງເຄື່ອງເທດ ຫວຽດນາມ, ບັນດາການປ່ຽນແປງໃນຂໍ້ກຳນົດຢູ່ ອາເມລິກາ, ອີຢູ… ແລະ ເຂົ້າຢ້ຽມຊົມ, ສຳຫຼວດສວນແຄ່ ຢູ່ ວັນອຽນ, ອຽນບ໋າຍ.

ແຫຼ່ງຄັດຈາກ: vovworld.vn