ໄລ່ຮອດເດືອນສິງຫາ ປີນີ້, ແຂກທ່ອງທ່ຽວສາກົນ ມາຫວຽດນາມ ບັນລຸກ່ວາ 7,8 ລ້ານເທື່ອຄົນ ເກືອບບັນລຸຄາດໝາຍທີ່ໄດ້ວາງອອກໃນທັງປີ ແມ່ນ 8 ລ້ານເທື່ອຄົນ. ໃນຈຳນວນແຂກທ່ອງທ່ຽວສາກົນ ມາຫວຽດນາມ ໃນ 8 ເດືອນຜ່ານມາ, ແຂກທ່ອງທ່ຽວມາດ້ວຍທາງການບິນ ກວມເອົາ 87,6%, ທາງບົກກວມເອົາ 11,6% ແລະທາງທະເລກວມເອົາ 0,8%.

leftcenterrightdel

ແຂກ​ທ່ອງ​ທ່ຽວ​ສາ​ກົນ ມາຢ້ຽມຢາມວັນມ໋ຽວ-ກວກຕື໋ຢ໊າມ: dangcongsan.vn

ປັດຈຸບັນທົ່ວຂະແໜງທ່ອງທ່ຽວ ພວມມານະພະຍາຍາມຍູ້ໄວການຟື້ນຟູ, ເພີ່ມຄວາມໄວໃນການພັດທະນາການທ່ອງທ່ຽວຢ່າງມີປະສິດທິຜົນ, ຍືນຍົງ. ພິເສດ, ນັບແຕ່ວັນທີ 15 ສິງຫາ, ກົດໝາຍວ່າດ້ວຍດ້ານການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້າຍການເຂົ້າອອກເມືອງຂອງພົນລະເມືອງຫວຽດນາມ ແລະກົດໝາຍວ່າດ້້ວຍການເຂົ້າອອກເມືອງ, ຜ່ານແດນ, ພັກອາໄສຂອງຊາວຕ່າງປະເທດ ອາໄສຢູ່ຫວຽດນາມ ດ້ວຍການປ່ຽນແປງທີ່ສຳຄັນຫຼາຍຢ່າງກ່ຽວກັບນະໂຍບາຍວີຊາ ແລະ ໄລຍະເວລາພັກອາໄສຂອງຊາວຕ່າງປະເທດ ທີ່ອາໄສຢູ່ ຫວຽດນາມ ໄດ້ມີຜົນສັກສິດຢ່າງເປັນທາງການ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ