Viettel Post ເປັນຂົວເຊື່ອມຕໍ່ ເພື່ອພັດທະນາການຄ້າຂ້າມຊາຍແດນ
ກປ.ອອນໄລ - ວັນທີ 24 ສິງຫາ, ບໍລິສັດໃຫຍ່ຫຸ້ນສ່ວນໄປສະນີ Viettel (Viettel Post) ໄດ້ຈັດເວທີສົນທະນາການພົວພັນຮ່ວມມືດ້ານການຄ້າແບບຍືນຍົງລະຫວ່າງ ຫວຽດນາມ - ສ.ເກົາຫຼີ ດ້ວຍການເຂົ້າຮ່ວມຂອງວິສາຫະກິດສອງປະເທດເກືອບ 200 ແຫ່ງ.
ທີ່ເວທີສົນທະນາ, Viettel Post ແລະສະມາຄົມບັນດາບໍລິສັດນໍາເຂົ້າ ສ.ເກົາຫຼີ (KOIMA) ກໍໄດ້ລົງນາມຂໍ້ຕົກລົງຮ່ວມມືຍຸດທະສາດໃນຂົງເຂດ logistics, ການລົງທຶນ ແລະການຄ້າ. ນີ້ແມ່ນການເຄື່ອນໄຫວທີ່ນອນໃນຍຸດທະສາດການກໍ່ສ້າງພື້ນຖານໂຄງລ່າງ logistics ແຫ່ງຊາດ, ຊຸກຍູ້ການຄ້າຂ້າມຊາຍແດນຂອງ Viettel Post.
    |
 |
Viettel Post ແລະສະມາຄົມບັນດາບໍລິສັດນໍາເຂົ້າ ສ.ເກົາຫຼີ (KOIMA) ລົງນາມຂໍ້ຕົກລົງຮ່ວມມືຍຸດທະສາດໃນຂົງເຂດ logistics, ການລົງທຶນ ແລະການຄ້າ. ພາບ: qdnd.vn |
ຕາມທ່ານ ຮວ່າງຈຸງແທ່ງ, ຜູ້ອໍານວຍການໃຫຍ່ Viettel Post ແລ້ວ: “ພື້ນຖານໂຄງລ່າງ logistics ແລະພັດສະດຸສົ່ງເມດ່ວນ ແມ່ນຂົວເຊື່ອມຕໍ່ຫຼັກ ທີ່ຮັບໃຊ້ໃຫ້ແກ່ການພົວພັນການຄ້າສາກົນ. Viettel Post ດ້ວຍບົດບາດແມ່ນໜຶ່ງໃນສີ່ເສົາຄໍ້າພັດທະນາຂອງກຸ່ມບໍລິສັດ Viettel ທີ່ກໍານົດໜ້າທີ່ຍຸດທະສາດ ນັ້ນແມ່ນຕັ້ງໜ້າຜັນຂະຫຍາຍການກໍ່ສ້າງພື້ນຖານໂຄງລ່າງ logistics ແຫ່ງຊາດ, ປະກອບສ່ວນເຂົ້າໃນເປົ້າໝາຍຮອດປີ 2030, ຫວຽດນາມ ຈະກາຍເປັນສູນ logistics ທີ່ເຊື່ອມຕໍ່ກັບບັນດາປະເທດອາຊຽນ ແລະໂລກ. Viettel Post ກໍສວມບົດບາດສ້າງລະບົບ logistics ແບບລຸລ່ວງ ເພື່ອເຊື່ອມຕໍ່ການຄ້າຂ້າມຊາຍແດນ, ຍົກສູງຖານະບົດບາດ, ທີ່ຕັ້ງຂອງສິນຄ້າຫວຽດນາມ ຢູ່ຕະຫຼາດ ສ.ເກົາຫຼີ ແລະໃນໂລກ”.
ທ່ານ Kim Byung-kwan ປະທານສະມາຄົມບັນດາບໍລິສັດນໍາເຂົ້າ ສ.ເກົາຫຼີ (KOIMA) ແບ່ງປັນວ່າ: “KOIMA ຖືເປັນສໍາຄັນຕໍ່ໂອກາດຮ່ວມມືກັບໜຶ່ງໃນບັນດາວິສາຫະກິດແຖວໜ້າຂອງຫວຽດນາມ ໃນຂົງເຂດ logistics ແລະການຄ້າ ຄື Viettel Post. ການເຂົ້າຮ່ວມຂອງ Viettel Post ໃນລະບົບສະໜອງສິນຄ້າ ຈະແມ່ນການຄໍ້າປະກັນໃຫ້ແກ່ວິສາຫະກິດ ທີ່ຢາກສົ່ງອອກສິນຄ້າ ໄປຍັງຕະຫຼາດ ສ.ເກົາຫຼີ”.
ໃນລະບົບນິເວດຂອງກຸ່ມບໍລິສັດ Viettel, Viettel Post ແມ່ນໜຶ່ງໃນບັນດາການຈັດຕັ້ງທີ່ຫັນເປັນດີຈີຕອນດີທີ່ສຸດ, ຍາມໃດກໍເປັນເຈົ້າການ, ໝັ້ນໃຈຕົນເອງ, ພ້ອມແລ້ວທີ່ຈະ “Go Global”, ອອກສູ່ຕະຫຼາດທົ່ວໂລກ. ປະຕິບັດໜ້າທີ່ນີ້, Viettel Post ພວມໝູນໃຊ້ໂອກາດຈາກເຕັກໂນໂລຊີໃໝ່ທີ່ພວມປ່ຽນແປງການຊື້ຂາຍທາງອອນລາຍ ເພື່ອກໍ່ສ້າງຮູບແບບການເຄືື່ອນໄຫວດໍາເນີນທຸລະກິດຄົບວົງຈອນ, ປະກອບສ່ວນກໍ່ສ້າງພື້ນຖານໂຄງລ່າງໃຫ້ແກ່ພື້ນຖານເສດຖະກິດດີຈີຕອນ ແລະການຄ້າເອເລັກໂຕນິກ. ພ້ອມກັນນັ້ນ, Viettel Post ຕ້ອງກາຍເປັນຂົວເຊື່ອມຕໍ່ເພື່ອພັດທະນາການຄ້າ, ພິເສດແມ່ນການຄ້າຂ້າມຊາຍແດນ.
ໂດຍ: ໄຊຊະນະ