leftcenterrightdel
ວາລະປະຊຸມ ຄັ້ງທີ 2 ຂອງຄະນະກຳມະການການຄ້າສັນຍາການຄ້າເສລີ ຫວຽດນາມ - ອັງກິດ ຢູ່ຮ່າໂນ້ຍ. ພາບ: congthuong.vn

ທີ່ວາລະປະຊຸມ, ປະທານຮ່ວມຂອງສອງປະເທດ ໄດ້ຮັບຟັງຜູ້ຕາງໜ້າລາຍງານກ່ຽວກັບຜົນກອງປະຊຸມຕ່າງໆ ຂອງຄະນະກຳມະການວິຊາສະເພາະ ທີ່ໄດ້ປະຊຸມກ່ອນໜ້ານັ້ນ (ລວມມີບັນດາຄະນະກຳມະການ: ການຄ້າ-ການບໍລິການ-ການລົງທຶນ, ການຄ້າເອເລັກໂຕນິກ ແລະການຈັດຊື້ຂອງລັດຖະບານ, ການຄ້າສິນຄ້າ, ພາສີ, ການຄ້າ ແລະການພັດທະນາແບບຍືນຍົງ). ສອງຝ່າຍໄດ້ປຶກສາຫາລືບາງບັນຫາສໍາຄັນ, ຄື: ສ້າງກາລະໂອກາດເຂົ້າເຖິງຕະຫຼາດອັງກິດໃຫ້ແກ່ການສົ່ງອອກເຂົ້າສານຂອງຫວຽດນາມ ແລະວິທີການໝູນໃຊ້, ຍາດແຍ່ງເອົາໂອກາດຈາກສັນຍາການຄ້າເສລີ (FTA).

ສິ້ນສຸດວາລະປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນທຸກຂັ້ນໃນໄລຍະຈະມາເຖິງ ເພື່ອຍົກສູງການໝູນໃຊ້ບັນດາຄຳໝັ້ນສັນຍາຂອງສັນຍາ ໃຫ້ມີປະສິດທິຜົນກວ່າເກົ່າ, ປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າ-ການລົງທຶນສອງຝ່າຍ ລະຫວ່າງ ຫວຽດນາມ - ອັງກິດ.

ໂດຍ: ທູຈາງ