ການຮ່ວມມືລະຫວ່າງສອງຝ່າຍໄດ້ຮັບຄວາມຫວັງຈະບຳລຸງສ້າງບັນດາຜູ້ມີຄວາມເກັ່ງກ້າສາມາດໜຸ່ມກ່ຽວກັບ 5G ກໍ່ຄືບັນດາໂປແກຼມ AI, ຊ່ວຍຍູ້ໄວວິວັດທະນາການເຕັກໂນໂລຢີ 4.0 ຂອງຫວຽດນາມ ກໍ່ຄືຄວາມມຸ່ງຫວັງກາຍເປັນສູນປັນຍາປະດິດຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນປີ 2030.
ຕາມນັ້ນແລ້ວ, ຄາດວ່າ ບັນດາການເຄື່ອນໄຫວຮ່ວມມືຂອງຫ້ອງທົດລອງ AI ຈະລວມມີບັນດາໂຄງການບຳລຸງສ້າງ/ຮ່ຳຮຽນ ການປະມວນກ່ຽວກັບ 5G, ປັນຍາປະດິດ, ເຄື່ອງຈັກ, ຫັນເປັນອັດຕະໂນມັດ ແລະບັນດາເຕັກໂນໂລຢີທີ່ກ່ຽວຂ້ອງ, ໜູນຊ່ວຍນັກສຶກສາຂະແໜງວິທະຍາສາດເຕັກໂນໂລຢີ ແລະເຕັກນິກຂອງ RMIT ໃນການເຂົ້າຮ່ວມຢ່າງຕັ້ງໜ້າ ແລະປະກອບສ່ວນເຂົ້າໃນວິວັດທະນາການຫັນປ່ຽນພື້ນຖານເສດຖະກິດດີຈີຕອນ ແລະການປະຕິວັດອຸດສາຫະກຳ 4.0 ຂອງປະເທດຊາດ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ
Type the code from the image