ໃນປີ 2023, Viettel ມີມູນຄ່າເກືອບ 9 ຕື້ໂດລາສະຫະລັດ, ກວມເອົາເກືອບ 36% ມູນຄ່າທັງໝົດຂອງ 10 ເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດຂອງຫວຽດນາມ (25,1 ຕື້ໂດລາສະຫະລັດ). ນັບແຕ່ Brand Finance ປະກາດມູນຄ່າຂອງເຄື່ອງໝາຍການຄ້າໃຫ້ບັນດາວິສາຫະກິດຢູ່ຫວຽດນາມ, ມູນຄ່າເຄື່ອງໝາຍການຄ້າຂອງ Viettel ໄດ້ເຕີບໂຕຢ່າງຕໍ່ເນື່ອງ ແລະຖືກຈັດແຖວໜ້າໃນຕາຕະລາງຈັດອັນດັບນີ້.

leftcenterrightdel
ຜູ້ຕາງໜ້າກຸ່ມບໍລິສັດ Viettel ຮັບໃບຢັ້ງຢືນເຄື່ອງໝາຍການຄ້າມີມູນຄ່າທີ່ສຸດຢູ່ຫວຽດນາມ ໃນປີ 2023 ຈາກຄະນະຈັດຕັ້ງ. ພາບ: qdnd.vn

ຕາມການຕີລາຄາແລ້ວ, ຄວາມຮູ້ສຶກຂອງມະຫາຊົນຕໍ່ເຄື່ອງໝາຍການຄ້າ Viettel,  ຄື: “ລະດັບຄວາມຊິນເຄີຍ”, “ຊັ່ງຊາກ່ອນຈະນຳໃຊ້ເຄື່ອງໝາຍການຄ້າ” ແລະ“ພ້ອມທີ່ຈະແນະນຳເຄື່ອງໝາຍການຄ້າ” ໄດ້ຈັດອັນດັບສູງດ້ວຍຄະແນນກວ່າ 9/10.

Viettel ຍັງໄດ້ຮັບການຕີລາຄາສູງກ່ຽວກັບລັກສະນະຍືນຍົງຕາມການຄົ້ນຄ້ວາເອກະລາດຂອງ Brand Finance. ປີ 2022, Viettel ໄດ້ປະກອບເງິນກວ່າ 380 ຕື້ດົ່ງໃຫ້ການເຄື່ອນໄຫວສັງຄົມ ດ້ວຍວິໄສທັດ “ປະດິດຄິດສ້າງເພື່ອປະຊາຊົນ”. ເຕັກໂນໂລຢີດີຈີຕອນບໍ່ພຽງແຕ່ຊຸກຍູ້ການພັດທະນາເສດຖະກິດເທົ່ານັ້ນ, ຫາກຍັງປະກອບສ່ວນໃຫ້ການເຄື່ອນໄຫວສະຫວັດດີການສັງຄົມຢ່າງແຮງ. 

ໃນ 6 ເດືອນຕົ້ນປີ, ໂທລະຄົມມະນາຄົມຕ່າງປະເທດຂອງ Viettel ບັນລຸກວ່າ 13.300 ຕື້ດົ່ງ, ເພີ່ມຂຶ້ນ 18%. ດ້ວຍສານທີ່ວ່າ “Technology with heart - ເຕັກໂນໂລຊີຈາກຫົວໃຈ”, Viettel ປາດຖະໜາຢາກນຳໃຊ້ເຕັກໂນໂລຢີ ແລະຄວາມສາມາດເພື່ອແກ້ໄຂບັນດາບັນຫາສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະຊຸກຍູ້ການພັດທະນາແບບຍືນຍົງ.

ໂດຍ: ຈາງຫງວຽນ