ນີ້ແມ່ນໝາກຜົນຂອງການຄົ້ນຄວ້າ ແລະຕີລາຄາຢ່າງເປັນເອກະລາດຂອງບໍລິສັດຫຸ້ນສ່ວນລາຍງານຕີລາຄາຫວຽດນາມ (Vietnam Report), ອີງຕາມມາດຕະຖານສາກົນຂອງ Fortune 500, ເຊິ່ງໄດ້ກຳນົດໃຫ້ປະກາດໃນແຕ່ລະປີນັບແຕ່ປີ 2018 ເປັນຕົ້ນມາ. ນັບແຕ່ບົດລາຍງານຖືກເຜີຍແຜ່, Viettel ສືບຕໍ່ນຳໜ້າໃນການຈັດອັນດັບ.

leftcenterrightdel
ຜູ້ຕາງໜ້າ Viettel ຮັບລາງວັນຈາກຄະນະຈັດຕັ້ງ. ພາບ: qdnd.vn

ເຄິ່ງຕົ້ນປີ 2023,  Viettel  ແມ່ນວິສາຫະກິດທີ່ປະກອບສ່ວນຫຼາຍທີ່ສຸດເຂົ້າໃນການເຕີບໂຕຂອງຂະແໜງຂໍ້ມູນຂ່າວສານ ແລະການສື່ສານດ້ວຍລາຍຮັບ 81.000 ຕື້ດົ່ງ, ກໍາໄລ 24.100 ຕື້ດົ່ງ, ມອບເຂົ້າງົບປະມານ 21.600 ຕື້ດົ່ງ. Viettel ສືບຕໍ່ຮັກສາອັນດັບ 1 ກ່ຽວກັບອັດຕາສ່ວນຕະຫຼາດການບໍລິການເບີໂທລະສັບມືຖື (53,8%).

ສຳລັບການບໍລິການໂທລະຄົມມະນາຄົມຕ່າງປະເທດຂອງ Viettel ກໍ່ບັນລຸລະດັບເຕີບໂຕກວ່າ 20%, ໃນນັ້ນ, 5 ຕະຫຼາດຍັງສືບຕໍ່ຮັກສາອັນດັບ 1 ນັ້ນແມ່ນ ລາວ, ກໍາປູເຈຍ, ມຽນມາ, ຕີມໍຕາເວັນອອກ, ບູຣຸນດີ.

ມາຮອດປະຈຸບັນ, Viettel ໄດ້ຮ່ວມເດີນທາງ, ໃຫ້ຄຳປຶກສາ ແລະຜັນຂະຫຍາຍ 19 ໂຄງການຫັນປ່ຽນດີຈີຕອນໃຫ້ 20 ກວ່າຫົວໜ່ວຍຂຶ້ນກັບກະຊວງ, ມີເກືອບ 40 ໂຄງການສູນຕິດຕາມກວດກາ ແລະບໍລິຫານຕົວເມືອງອັດສະລິຍະ (IOC) ໄດ້ປະຕິບັດຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ. ໄປຄຽງຄູ່ກັນນັ້ນ, Viettel ຍັງໄດ້ເພີ່ມທະວີການຮ່ວມມືກັບບັນດາບໍລິສັດເຕັກໂນໂລຢີຂະໜາດໃຫຍ່ໃນໂລກເພື່ອຍູ້ແຮງການບໍລິການດີຈີຕອນຢູ່ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ