Viettel ຈັດຕັ້ງລາຍການ “ຫົວໃຈໃຫ້ນ້ອງ” ຢູ່ແຂວງດັກນົງ
ກປ.ອອນໄລ - ວັນທີ 15 ກໍລະກົດ, ຢູ່ນະຄອນ ຢາເຫງ໊ຍ, ແຂວງດັກນົງ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ສາຂາດັກນົງ ແລະກອງທຶນສາຍໃຈຫວຽດ (ສະຖານີໂທລະພາບຫວຽດນາມ) ສົມທົບກັນຈັດຕັ້ງລາຍການ “ຫົວໃຈໃຫ້ນ້ອງ”.
ນີ້ແມ່ນຄັ້ງທີ 2 ທີ່ລາຍການ “ຫົວໃຈໃຫ້ນ້ອງ” ໄດ້ຈັດຕັ້ງໃຫ້ເດັກນ້ອຍແຂວງດັກນົງ ດ້ວຍການໜູນຊ່ວຍຂອງບັນດາທ່ານໝໍມາຈາກມະຫາວິທະຍາໄລການແພດ-ການຢານະຄອນໂຮ່ຈີມິນ, ໂຮງໝໍຫຼາຍຂະແໜງແຂວງດັກນົງ. ພາຍຫຼັງກວດພະຍາດ, ສຳລັບບັນດາກໍລະນີຈຳເປັນຕ້ອງທຳການຜ່າຕັດ ແລະກໍລະນີປະສົບກັບຄວາມຫຍຸ້ງຍາກ, ຄະນະຈັດຕັ້ງຈະແນະນໍາໃຫ້ເຂົາເຈົ້າລົງທະບຽນສໍາເນົາເພື່ອໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ .
    |
 |
ທ່ານໝໍ ເອໂກຫົວໃຈໃຫ້ເດັກນ້ອຍໃນລາຍການ “ຫົວໃຈໃຫ້ນ້ອງ” ຢູ່ແຂວງດັກນົງ ເມື່ອວັນທີ 15 ກໍລະກົດ. ພາບ: ເລຮ໊ຽວ |
“ຫົວໃຈໃຫ້ນ້ອງ” ແມ່ນລາຍການທີ່ຈັດຕັ້ງເພື່ອກວດພະຍາດຫົວໃຈມາແຕ່ກຳເນີດໃຫ້ແກ່ເດັກນ້ອຍ ແລະທຳການຜ່າຕັດໂດຍບໍ່ເສຍຄ່າໃຫ້ແກ່ເດັກນ້ອຍທີ່ທຸກຍາກ ທີ່ມີອາຍຸຕ່ຳກວ່າ 16 ປີ ຢູ່ຫວຽດນາມ, ລາຍການໂດຍ Viettel ແລະກອງທຶນສາຍໃຈຫວຽດ ສ້າງຕັ້ງຂຶ້ນ ແລະບໍລິຫານ. ນັບແຕ່ປີ 2008 ເປັນຕົ້ນມາ, ລາຍການໄດ້ໜູນຊ່ວຍຄ່າຜ່າຕັດໃຫ້ແກ່ຄົນເຈັບ 6.500 ຄົນ, ຈັດຕັ້ງ 88 ລາຍການກວດພະຍາດໂດຍບໍ່ເສຍຄ່າໃຫ້ເດັກນ້ອຍເກືອບ 150.000 ຄົນຢູ່ເຂດ, ພາກປະສົບຄວາມຫຍຸ້ງຍາກໃນທົ່ວປະເທດ.
ໂດຍ: ທູຈາງ