ຕາມຂໍ້ມູນຈາກສະຖານທູດອາເມລິກາ ປະຈໍາຫວຽດນາມ, ວັນທີ 27 ມິຖຸນາ, ຢູ່ສະໜາມບິນສາກົນດ່ານັ້ງ, ອົງການຄົ້ນຫາຊະເລີຍເສິກ ແລະຜູ້ຫາຍສາບສູນ ສັງກັດກະຊວງປ້ອງກັນປະເທດອາເມລິກາ  (DPAA)  ແລະອົງການຄົ້ນຫາຜູ້ຫາຍສາບສູນຫວຽດນາມ (VNOSMP) ໄດ້ສົມທົບກັນຈັດຕັ້ງພິທີສົ່ງອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນສົງຄາມຢູ່ຫວຽດນາມ ກັບຄືນເມືອປະເທດ ຄັ້ງທີ 161.

ທີ່ພິທີ, ຜູ້ຕາງໜ້າ VNOSMP ໄດ້ມອບອັດຖິທະຫານອາເມລິກາ 1 ອັດຖິໃຫ້ຝ່າຍ DPAA. ການຄົ້ນຫາອັດຖິດັ່ງກ່າວໄດ້ແມ່ນໝາກຜົນຂອງການເຄື່ອນໄຫວຊອກຫາປະສົມ ຄັ້ງທີ 151 ຢູ່ ແຂວງເງະອານ, ກວ໋າງບິ່ງ ແລະນອກຝັ່ງທະເລແຂວງແຄັງຮວ່າ.

ບັນດາຜູ້ຕາງໜ້າຂອງສະຖານທູດອາເມລິກາ ປະຈໍາຮ່າໂນ້ຍ ແລະກົງສູນໃຫຍ່ ອາເມລິກາ ປະຈຳນະຄອນໂຮ່ຈີມິນ ແລະສະຖານທູດປະເທດອື່ນໆ ໄດ້ເຂົ້າຮ່ວມເຫດການດັ່ງກ່າວ. ຈຸດປະສົງຂອງຄວາມມານະພະຍາຍາມມະນຸດສະທຳນີ້ແມ່ນຊອກຫາບັນດາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ. ລັດຖະບານສອງປະເທດຫວຽດນາມ ແລະອາເມລິກາ ໄດ້ປະຕິບັດຄວາມມານະພະຍາຍາມດັ່ງກ່າວມາໃນໄລຍະ 35 ປີ, ໂດຍເລີ່ມແຕ່ປີ 1988. ມາຮອດປັດຈຸບັນ, ມີ 733 ອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມໄດ້ຮັບການຢັ້ງຢືນແລ້ວ.

leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ພິທີສົ່ງອັດຖິທະຫານອາເມລິກາ ກັບຄືນເມືອປະເທດ ຄັ້ງທີ 161. ພາບ: ສະຖານທູດອາເມລິກາ ປະຈໍາຫວຽດນາມ

ໂດຍ: ທະນາພອນ