ຍູ້ແຮງການເຊື່ອມຕໍ່, ແບ່ງປັນຂໍ້ມູນຮັບໃຊ້ການພັດທະນາການຄ້າເອເລັກໂຕນິກ
ກປ.ອອນໄລ - ທ່ານນາຍົກລັດຖະມົນຕີ ໄດ້ລົງນາມປະກາດໃຊ້ຄຳສັ່ງເລກທີ 18/CT-TTg ລົງວັນທີ 30 ພຶດສະພາ 2023 ວ່າດ້ວຍການຍູ້ແຮງການເຊື່ອມຕໍ່, ແບ່ງປັນຂໍ້ມູນຮັບໃຊ້ການພັດທະນາການຄ້າເອເລັກໂຕນິກ, ຕ້ານການຮົ່ວໄຫຼຂອງອາກອນ, ຮັບປະກັນຄວາມໝັ້ນຄົງດ້ານເງິນຕາ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງການເງິນ ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການໃນການປັບປຸງນະໂຍບາຍ, ກົດໝາຍວ່າດ້ວຍອາກອນໃຫ້ສົມບູນແບບ ເຊິ່ງກ່ຽວຂ້ອງເຖິງການຄ້າເອເລັກໂຕນິກ, ຫຼຸດລະບຽບການບໍລິຫານລົງ, ເພີ່ມທະວີການຜັນຂະຫຍາຍບັນດາມາດຕະການເກັບອາກອນ, ຕ້ານການຮົ່ວໄຫຼຂອງອາກອນ, ປະຕິບັດການແກ້ໄຂການລະເມີດກ່ຽວກັບອາກອນຢ່າງເຂັ້ມງວດ.
    |
 |
ພາບປະກອບຄັດຈາກ: dangcongsan.vn |
ກະຊວງອຸດສາຫະກຳ ແລະການຄ້າ ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການໃນການປັບປຸງນະໂຍບາຍ, ກົດໝາຍວ່າດ້ວຍການຄຸ້ມຄອງລັດສໍາລັບການຄ້າເອເລັກໂຕນິກໃຫ້ສົມບູນແບບ, ໃນນັ້ນເພີ່ມທະວີການລະບຽບການແກ້ໄຂການກະທຳລະເມີດ ກ່ຽວກັບສໍາເນົາເອກະສານ ແລະສະໜອງຂໍ້ມູນຂ່າວສານຕາມຂໍ້ກຳນົດຄຸ້ມຄອງລັດກ່ຽວກັບການຄ້າເອເລັກໂຕນິກສໍາລັບເຈົ້າກຳຂອງການເຄື່ອນໄຫວການຄ້າເອເລັກໂຕນິກ.
ກະຊວງຖະແຫຼງຂ່າວ ແລະສື່ສານ ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການໃນການປັບປຸງນະໂຍບາຍ, ກົດໝາຍວ່າດ້ວຍໂທລະຄົມມະນາຄົມ ໃຫ້ສົມບູນແບບ; ອິນເຕີແນັດ; ການຄຸ້ມຄອງການສະໜອງຜະລິດຕະພັນ, ບໍລິການດີຈີຕອນ; ຜະລິດຕະພັນ, ບໍລິການຊອັບແວ ແລະບັນດາຜະລິດຕະພັນ, ການບໍລິການຜ່ານພື້ນຖານດີຈີຕອນພາຍໃນປະເທດ ແລະຂ້າມຊາຍແດນ... ເຊິ່ງກະຊວງຖະແຫຼງຂ່າວ ແລະສື່ສານ ຄຸ້ມຄອງໂດຍກົງເມື່ອມີການລະເມີດກົດໝາຍວ່າດ້ວຍອາກອນ.
ກະຊວງຕຳຫຼວດ ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການໃນການປັບປຸງນະໂຍບາຍ, ກົດໝາຍ ຂອງຂະແໜງການໂດຍສະເພາະທີ່ຂຶ້ນກັບພາລະບົດບາດ, ໜ້າທີ່ຮັບປະກັນເປົ້າໝາຍເຂົ້າຮ່ວມການພັດທະນາການຄ້າເອເລັກໂຕນິກ, ຮັບປະກັນຄວາມໝັ້ນຄົງທາງອິນເຕີແນັດ, ຄວາມໝັ້ນຄົງດ້ານເງິນຕາ, ໃນນັ້ນແມ່ນການຄົ້ນຄວ້ານໍາໃຊ້ຊື່ເອີ້ນເອເລັກໂຕນິກໃຫ້ຊັດເຈນ ເພື່ອໃຊ້ເຂົ້າໃນການແລກປ່ຽນການຄ້າເອເລັກໂຕນິກ.
ໂດຍ: ເຈິ່ນຮວ່ຽນ