ຫຼຸດຜ່ອນສິ່ງເສດເຫຼືອປລາສຕິກເພື່ອໃຫ້ຂະແໜງກະສິກໍາ ເປັນມິດກັບສິ່ງແວດລ້ອມ
ກປ.ອອນໄລ - ວັນທີ 31 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ສົມທົບກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈໍາຫວຽດນາມ, ໂຄງການຄູ່ຮ່ວມມືກະທໍາແຫ່ງຊາດກ່ຽວກັບປລາສຕິກ (NPAP) ແລະເຄືອຂ່າຍເສດຖະກິດໝູນວຽນຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ຄຸ້ມຄອງສິ່ງເສດເຫຼືອປລາສຕິກໃນຂະແໜງກະສິກຳ, ສະພາບການ ແລະມາດຕະການແກ້ໄຂ”.
ຕາມບົດລາຍງານທີ່ປະກາດໃນກອງປະຊຸມສໍາມະນາແລ້ວ, ຂີ້ເຫຍື້ອ (ລວມທັງສິ່ງເສດເຫຼືອປລາສຕິກ) ຈາກການປູກຝັງແມ່ນປະມານ 661,5 ພັນໂຕນ/ປີ ແລະຈາກການລ້ຽງສັດແມ່ນ 77 ພັນໂຕນ ; ຈາກສິນໃນນໍ້າ ແລະສິນທະເລແມ່ນ 273 ພັນໂຕນ...
    |
 |
ກອງປະຊຸມສໍາມະນາ “ຄຸ້ມຄອງສິ່ງເສດເຫຼືອປລາສຕິກ ໃນຂະແໜງກະສິກຳ, ສະພາບການ ແລະມາດຕະການແກ້ໄຂ” ດໍາເນີນໃນວັນທີ 31 ພຶດສະພາ. ພາບ: nhandan.vn |
ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ບັນດາອົງການຂັ້ນສູນກາງ ແລະທ້ອງຖິ່ນ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນປຶກສາຫາລື, ແບ່ງປັນບົດຮຽນປະສົບການເພື່ອຊຸກຍູ້ມາດຕະການໃນການກະທໍາ ເພື່ອແນໃສ່ຫຼຸດຜ່ອນສິ່ງເສດເຫຼືອປລາສຕິກຂອງຂະແໜງກະສິກໍາຢ່າງເປັນລະບົບ; ພ້ອມກັນນັ້ນລະດົມແຫຼ່ງກຳລັງຂອງທຸກພາກສ່ວນເພື່ອສ້າງການປ່ຽນແປງຢ່າງແຮງໃນການຜະລິດ, ມຸ່ງໄປເຖິງການພັດທະນາການຜະລິດກະສິກຳຢ່າງມີຄວາມຮັບຜິດຊອບ, ທັນສະໄໝ, ມີປະສິດທິຜົນ ແລະຍືນຍົງ; ພື້ນຖານເສດຖະກິດກະສິກຳໝູນວຽນ, ເປັນມິດກັບສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ໂດຍ: ທູຈາງ