Viettel ນຳໜ້າກ່ຽວກັບລາງວັນເຕັກໂນໂລຢີທົ່ວໂລກ 2023 ດ້ວຍບັນດາຜະລິດຕະພັນ “Make in ຫວຽດນາມ”
ກປ.ອອນໄລ - ຕອນບ່າຍວັນທີ 30 ພຶດສະພາ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໃຫ້ຮູ້ວ່າ ຫາກໍ່ໄດ້ຮັບການເຊີດຊູກາຍເປັນວິສາຫະກິດມີລາງວັນຫຼາຍທີ່ສຸດ ທີ່ IT World Awards 2023. ຜ່ານຜ່າບັນດາປະເທດ ມະຫາອຳນາດກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ຄື: ອາເມລິກາ, ອິນເດຍ, ບັນດາມາດຕະການ “make in ຫວຽດນາມ” ຂອງ Viettel ສືບຕໍ່ຢັ້ງຢືນກໍາລັງຄວາມສາມາດ IT ຂອງຊາວຫວຽດນາມ.
ລະອຽດ, Viettel ຍາດໄດ້ 37/261 ລາງວັນ, ໃນນັ້ນມີ 23 ລາງວັນຄໍາ, 4 ລາງວັນເງິນ ແລະ 10 ລາງວັນທອງ. ອັດຕາລາງວັນຄຳທີ່ບັນລຸໄດ້ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີກາຍ ແລະເພີ່ມຂຶ້ນ 23 ເທົ່າເມື່ອທຽບໃສ່ຄັ້ງທຳອິດເຂົ້າຮ່ວມ (ປີ 2016) ຍ້ອນມີບັນດາມາດຕະການປະດິດສ້າງ “Made by Viettel” ໄດ້ຮັບການຕີລາຄາສູງຈາກສະພານັກຊ່ຽວຊານເຕັກໂນໂລຢີຂໍ້ມູນຂ່າວສານກວ່າ 600 ຄົນໃນທົ່ວໂລກ.
ໃນຂົງເຂດພື້ນຖານໂຄງລ່າງດີຈີຕອນ, ການໂຄສະນາສື່ສານ Viettel Cloud ໄດ້ຮັບລາງວັນຄໍາໃນລາຍການເຕັກໂນໂລຢີຂໍ້ມູນຂ່າວສານຂອງປີ - ເປີດຕົວຜະລິດຕະພັນ / ບໍລິການດີທີ່ສຸດ.
    |
 |
ບັນດາຜະລິດຕະພັນເຕັກໂນໂລຢີຂອງ Viettel ລ້ວນແຕ່ປາດຖະໜາຢາກແກ້ໄຂບັນດາບັນຫາຂອງສັງຄົມ. ພາບ: qdnd.vn |
ໃນຂົງເຂດມາດຕະການດີຈີຕອນ, Viettel ໄດ້ຮັບການເຊີດຊູດ້ວຍບັນດາມາດຕະການ, ຄື: ເຕັກໂນໂລຢີ XR Anatomy Platform ສະໜອງບົດຮຽນກ່ຽວກັບກາຍະວິພາກອີງຕາມຮູບແບບ 3D ຮັບໃຊ້ໃຫ້ການສິດສອນ, ຮໍ່າຮຽນຢູ່ຮາກຖານການສຶກສາ ແລະໂຮງໝໍ...
ໃນຂົງເຂດຄົ້ນຄວ້າການຜະລິດ, ມາດຕະການ IoT ຂອງ Viettel - Viettel Innoway ໄດ້ຮັບລາງວັນຄໍາໃນລາຍການ Internet of Things (IoT). Viettel Innoway ໜູນຊ່ວຍລູກຄ້າຄຸ້ມຄອງການເຊື່ອມຕໍ່ໂທລະທັດດ້ວຍຄ່າໃຊ້ຈ່າຍດີທີ່ສຸດໃນວິວັດການຜັນຂະຫຍາຍບໍລິການ.
ໃນຂົງເຂດຄວາມໝັ້ນຄົງທາງອິນເຕີແນັດ, ກຸ່ມມາດຕະການຮັບປະກັນຄວາມລັບຂອງ Viettel ຍາດໄດ້ 4 ລາງວັນຄຳ, ກ່ຽວກັບບໍລິການຕິດຕາມກວດກາຄວາມປອດໄພຂໍ້ມູນຂ່າວສານ, ຕີລາຄາຊ່ອງຫວ່າງ ແລະກວດກາການແຊກຊຶມ, ຄົ້ນພົບ ແລະຮັບປະກັນຄວາມລັບ DDoS Security. ພິເສດ, ໃນປີນີ້, ມີຫຼາຍຜະລິດຕະພັນບໍລິການຂອງ Viettel ບັນລຸ “hat-trick” ລາງວັນຄໍາໃນບັນດາລາຍການ, ຄື: ລະບົບຕິດຕາມກວດກາຄາດໝາຍເຕັກນິກ NOC ຂອງ Viettel Post ໃນ 3 ລາຍການມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ, ການບໍລິການ IT ປະດິດສ້າງທີ່ສຸດ ແລະລະບົບຄຸ້ມຄອງພາຫະນະຄົມມະນາຄົມ.
ໂດຍ: ເຈິ່ນຮວ່ຽນ