Viettel ສືບຕໍ່ໄດ້ຮັບໃບຢັ້ງຢືນຜະລິດຕະພັນປະດິດຄິດສ້າງຜູກຂາດຢູ່ອາເມລິກາ
ກປ.ອອນໄລ - ໃນ 4 ເດືອນຕົ້ນປີ, ກຸ່ມບໍລິສັດອຸດສາຫະກຳ ແລະໂທລະຄົມມະນາຄົມກອງທັບ (Viettel) ໄດ້ຮັບໃບຢັ້ງຢືນຜະລິດຕະພັນປະດິດຄິດສ້າງຜູກຂາດ 4 ຢ່າງ ຢູ່ອາເມລິກາ ຈາກອົງການຄຸ້ມຄອງຜະລິດຕະພັນປະດິດຄິດສ້າງ ແລະຍີ່ຫໍ້ອາເມລິກາ (USPTO), ອັນໄດ້ຍົກຈໍານວນຜະລິດຕະພັນປະດິດຄິດສ້າງທີ່ໄດ້ຮັບໃບຢັັ້ງຢືນຂຶ້ນເຖິງ 23 ຢ່າງ.
ປະຈຸບັນ Viettel ແມ່ນວິສາຫະກິດຫວຽດນາມ ທີ່ມີຫຼາຍຜະລິດຕະພັນປະດິດຄິດສ້າງຜູກຂາດຢູ່ອາເມລິກາ ທີ່ສຸດໃນ 3 ຂົງເຂດ: ການທະຫານ, ພົນລະເຮືອນ ແລະໂທລະຄົມມະນາຄົມ.
ຕາມກົມຊັບສິນທາງປັນຍາຫວຽດນາມ ແລ້ວ, Viettel ແມ່ນໜຶ່ງໃນບັນດາວິສາຫະກິດນຳໜ້າໃນຂົງເຂດຈົດທະບຽນຜະລິດຕະພັນປະດິດຄິດສ້າງຢູ່ຫວຽດນາມ ດ້ວຍ 505 ໃບ ແລະມີຜະລິດຕະພັນປະດິດຄິດສ້າງ 94 ຢ່າງ ໄດ້ຮັບການຢັ້ງຢືນ.
    |
 |
Viettel ແມ່ນວິສາຫະກິດຫວຽດນາມ ທີ່ມີຫຼາຍຜະລິດຕະພັນປະດິດຄິດສ້າງຜູກຂາດຢູ່ອາເມລິກາ ທີ່ສຸດ. ພາບ: qdnd.vn |
ດ້ວຍເປົ້າໝາຍກາຍເປັນກຸ່ມບໍລິສັດເຕັກໂນໂລຢີທົ່ວໂລກ, Viettel ວາງເປົ້າໝາຍຊຸກຍູ້ບັນດາການເຄື່ອນໄຫວປ່ຽນແປງໃໝ່ປະດິດສ້າງ, ຄົ້ນຄວ້າວິທະຍາສາດເພື່ອໃຫ້ບັນດາຜະລິດຕະພັນ “Make in Vietnam” ແລະ “Made by Viettel” ພັດທະນາພ້ອມກັບໂລກ. ບັນດາມາດຕະການດ້ານເຕັກນິກທີ່ຈົດທະບຽນປະດິດຄິດສ້າງລ້ວນແຕ່ແມ່ນມາດຕະການທີ່ມີລັກສະນະພຶດຕິກຳຕົວຈິງ ແລະນໍາໃຊ້ໃນຫຼາຍຂົງເຂດ.
ໂດຍ: ທູຈາງ