leftcenterrightdel
 ຄະນະຈັດຕັ້ງ ແນະນໍາລາຍການຍິງບັ້ງໄຟດອກສາກົນ DIFF 2023. ພາບ: cadn.com.vn

ລາຍການຊຸກຍູ້ການທ່ອງທ່ຽວ “ງານບຸນ ດ່ານັ໊ງ 2023 - Enjoy Da Nang 2023”  ລວມມີຫຼາຍການເຄື່ອນໄຫວ, ເຫດການພິເສດ. ທີ່ກອງປະຊຸມຖະແຫຼງຂ່າວ ຈັດຂຶ້ນໃນວັນທີ 21 ເມສາ, ທ່ານນາງ ໂງທິກີມອຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ໊ງ ໃຫ້ຮູ້ວ່າ: "ລາຍການຊຸກຍູ້ການທ່ອງທ່ຽວ ດ່ານັ໊ງ ປີ  2023 ຈະແມ່ນການກະຕຸກຊຸກຍູ້ທຳອິດ ເພື່ອເປີດສາກບັນດາການເຄື່ອນໄຫວງານບຸນ, ເຫດການທີ່ດຶງດູດແຂກທ່ອງທ່ຽວມາ ດ່ານັ໊ງ, ຊື່ງແມ່ນຈຸດນັດພົບອັນດັບໜຶ່ງ ຢູ່ອາຊີ. ພວກຂ້າພະເຈົ້າສະເໜີໃຫ້ບັນດາວິສາຫະກິດເຂົ້າຮ່ວມລາຍການສົ່ງເສີມການທ່ອງທ່ຽວ ຈົ່ງໃຫ້ຄຳໝັ້ນສັນຍາສະໜອງບັນດາຜະລິດຕະພັນການບໍລິການໃຫ້ແຂກທ່ອງທ່ຽວ ຕ້ອງຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະຮັບປະກັນການທະລຸລ່ວງ".

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ