ທີ່ພິທີ, ຜູ້ຕາງໜ້າຝ່າຍຫວຽດນາມ ໄດ້ມອບ 2 ອັດຖິໃຫ້ຜູ້ຕາງໜ້າຝ່າຍອາເມລິກາ. ນີ້ແມ່ນໝາກຜົນຂອງການຊອກຫາລວມ ຄັ້ງທີ 150, ແຕ່ເດືອນ ກຸມພາ 2023 ຈົນຮອດເດືອນເມສາ 2023 ຢູ່ບັນດາແຂວງເງະອານ ແລະກວາງບິ່ງ.

leftcenterrightdel
ພິທີສົ່ງອັດຖິທະຫານອາເມລິກາ ກັບຄືນປະເທດ ຄັ້ງທີ 160. ພາບ: ສຳນັກຂ່າວສານຫວຽດນາມ

ການເຄື່ອນໄຫວມະນຸດສະທຳສົມທົບກັນຊອກຫາ ແລະໄລ່ລຽງສະເລີຍເສິກ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ໄດ້ດຳເນີນແຕ່ທ້າຍທົດສະວັດ 1980 ລະຫວ່າງສອງລັດຖະບານຫວຽດນາມ ແລະອາເມລິກາ, ມາຮອດປະຈຸບັນສາມາດຊ່ວຍກຳນົດ ໄດ້ 732 ກໍລະນີ, ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ລະຫວ່າງສອງປະເທດ.

ໂດຍ: ແສງເດືອນ