ລະບົບຊີວະພາບບັນດາຜະລິດຕະພັນເຄືອຂ່າຍຕົ້ນຕໍທີ່ Viettel ຄົ້ນຄວ້າ, ຜະລິດ

ນີ້ແມ່ນຜະລິດຕະພັນສຸດທ້າຍໃນລະບົບຊີວະພາບບັນດາຜະລິດຕະພັນເຄືອຂ່າຍຕົ້ນຕໍທີ່ Viettel ຄົ້ນຄວ້າ, ຜະລິດ, ໄດ້ຮັບການຜັນຂະຫຍາຍຕົວຈິງໃນເຄືອຂ່າຍຂອງບໍລິສັດເຄືອຂ່າຍຫວຽດນາມ. ເຫດການນີ້ໄດ້ຂີດໝາຍໃຫ້ Viettel ປະຕິບັດຍຸດທະສາດນໍາໃຊ້ອຸປະກອນທີ່ຫວຽດນາມ ຜະລິດໃຫ້ເຄືອຂ່າຍຕົ້ນຕໍໂທລະຄົມມະນາຄົມປະສົບຜົນສຳເລັດ, ຮັບປະກັນຄວາມຮຽກຮ້ອງຕ້ອງການກ່ຽວກັບຄວາມໝັ້ນຄົງ, ປອດໄພຂອງຂໍ້ມູນຂ່າວສານ.

ແຕ່ຫຼາຍປີກ່ອນນີ້, Viettel ໄດ້ມີຍຸດທະສາດປ່ຽນແທນບັນດາອຸປະກອນທີ່ນໍາເຂົ້າຈາກຕ່າງປະເທດ ແລະກ້າວໄປເຖິງການນໍາໃຊ້ລະບົບເຄືອຂ່າຍຕົ້ນຕໍໂທລະຄົມມະນາຄົມທັງໝົດດ້ວຍບັນດາອຸປະກອນທີ່ Viettel ຜະລິດເອງ.

leftcenterrightdel
ພາບປະກອບຈາກ qdnd.vn

Viettel ໄດ້ປະສົບຜົນສໍາເລັດທີ່ສຸດເມື່ອນໍາຜະລິດຕະພັນອຸປະກອນໂທລະຄົມມະນາຄົມ “made by Viettel” ກວມເອົາ 100% ອັດຕາສ່ວນເຂົ້າເຄືອຂ່າຍຮັບໃຊ້ 80 ລ້ານເບີ ຢູ່ຫວຽດນາມ, ຄື: ລະບົບໄລ່ຄ່າເວລາຕົວຈິງ OCS, ລະບົບບັນຊາ PCRF …

ສໍາລັບຜະລິດຕະພັນຕ່າງໆ, ແນໃສ່ຮັບປະກັນຄວາມປອດໄພໃນເຄືອຂ່າຍ ແລະຂຸດຄົ້ນຈຸດດີຂອງບັນດານັກສະໜອງອຸປະກອນ (vendor) ຢ່າງສຸດຂີດ, Viettel ຍາມໃດກໍ່ນໍາໃຊ້ multi-vendor ເພື່ອຮັບປະກັນສະໜອງການບໍລິການໃຫ້ລູກຄ້າເປັນຢ່າງດີທີ່ສຸດ. ບັນດາຜະລິດຕະພັນຂອງ Viettel High Tech ກໍ່ກວມເອົາອັດຕາສ່ວນສູງກວ່າ 50% ເຄືອຂ່າຍ Viettel ຄືລະບົບ MSC, ລະບົບ EPC…

ລະບົບ IMS ແມ່ນໜຶ່ງໃນບັນດາພາກສ່ວນສໍາຄັນໃນເຄືອຂ່າຍຕົ້ນຕໍ, ສະໜອງການບໍລິການໂທລະສັບດ້ວຍຈຸດດີກວ່າຫຼາຍເທົ່າເມື່ອທຽບໃສ່ການບໍລິການໂທລະສັບໃນເຄືອຂ່າຍ 3G. ໃນນັ້ນ, ເວລາສ້າງການໂທລະສັບໄວກວ່າ 3 ເທື່ອ, ຄຸນນະພາບໃນການໂທລະສັບບັນລຸມາດຕະຖານ HD call.

ລະບົບ IMS ໂດຍ Viettel High Tech ຄົ້ນຄວ້າ, ພັດທະນາດ້ວຍຕົນເອງແຕ່ປີ 2018. ໃນວິວັດການຄົ້ນຄວ້າ, ບັນດາວິສະວະກອນ Viettel ໄດ້ພັດທະນາຜະລິດຕະພັນຖືກຕາມບັນດາມາດຕະຖານເຕັກນິກຂອງສະຫະພັນໂທລະຄົມມະນາຄົມສາກົນ 3GPP.

ເມື່ອນໍາລະບົບ IMS ນີ້ເຂົ້າເຄື່ອນໄຫວ, ນອກຈາກປະຢັດຄ່າໃຊ້ຈ່າຍເມື່ອທຽບໃສ່ເລື່ອງຊື້ລະບົບຈາກບັນດາຄູ່ຮ່ວມມືຕ່າງປະເທດແລ້ວ, Viettel ຍັງມີຄວາມສາມາດເປັນເຈົ້າຕົນເອງ, ບໍ່ຂຶ້ນກັບຝ່າຍທີ 3. ພ້ອມທັງ ຍົກລະດັບ, ປັບປຸງບັນດາການບໍລິການໃໝ່ຢ່າງມີໄຫວພິບຄ່ອງຕົວ, ຕອບສະໜອງຄວາມຕ້ອງການທີ່ຫຼາຍຮູບຫຼາຍແບບຂອງລູກຄ້າ.

Viettel ພວມໄປພ້ອມກັນເຕັກໂນໂລຢີໂລກ, ກຽມພ້ອມຫັນ 5G ເປັນການຄ້າ

ທ່ານ ຫງວຽນຫວູຮ່າ ຜູ້ອໍານວຍການໃຫຍ່ Viettel High Tech ໃຫ້ຮູ້ວ່າ: “Viettel ມີທ່າໄດ້ປຽບແຕກຕ່າງກັນເມື່ອທຽບໃສ່ບັນດາຄູ່ແຂ່ງໃຫຍ່ໃນໂລກ, ນັ້ນແມ່ນພວກຂ້າພະເຈົ້າເປັນບໍລິສັດເຄືອຂ່າຍ ທັງເປັນກົມກອງພັດທະນາຜະລິດຕະພັນອຸປະກອນໂທລະຄົມມະນາຄົມ. ເລື່ອງນໍາໃຊ້ບັນດາອຸປະກອນ “made in Vietnam” ກໍ່ປະກອບສ່ວນປະຢັດເງິນຕາຕ່າງປະເທດໃຫ້ປະເທດຊາດ, ເຮັດໃຫ້ຄ່າໃຊ້ຈ່າຍລົງທຶນ ແລະການເຄື່ອນໄຫວຂອງ Viettel ດີທີ່ສຸດ. ນີ້ກໍ່ແມ່ນປະຖົມປັດໃຈຢັ້ງຢືນວ່າ ຜະລິດຕະພັນ Viettel ພວມໄປພ້ອມກັບເຕັກໂນໂລຢີໂລກ, ກຽມພ້ອມຫັນ 5G ເປັນການຄ້າ”.

ທ່ານ ຫງວຽນວັນກວຽດ ຮອງຜູ້ອໍານວຍການໃຫຍ່ Viettel Network  ເນັ້ນໜັກວ່າ: “ພວກຂ້າພະເຈົ້າຈະສືບຕໍ່ນໍາຜະລິດຕະພັນ “made in Vietnam” ຂອງ Viettel ໄປຍັງບັນດາຕະຫຼາດທີ່ Viettel ລົງທຶນ, ປັບປຸງຜະລິດຕະພັນໃຫ້ສົມບູນຢ່າງບໍ່ຢຸດຢັ້ງເພື່ອແນໃສ່ສາມາດສະໜອງໃຫ້ຕະຫຼາດສາກົນ. ນັ້ນກໍ່ແມ່ນວິທີເພື່ອໃຫ້ພວກຂ້າພະເຈົ້າສະແດງຄວາມຄາດຫວັງອັນແຮງກ້າ ແລະຄວາມເອກອ້າງທະນົງໃຈຂອງຊາວຫວຽດນາມ ເມື່ອສາມາດສ້າງບັນດາຜະລິດຕະພັນເຕັກໂນໂລຢີສູງເໝາະສົມກັບທຸກຄວາມຕ້ອງການຂອງລູກຄ້າ”.

ບໍພຽງແຕ່ຜັນຂະຫຍາຍຢູ່ຫວຽດນາມ ເທົ່ານັ້ນ, ໃນປີ 2023, Viettel ຍັງຈະຍູ້ແຮງບັນດາຜະລິດຕະພັນອຸປະກອນໂທລະຄົມມະນາຄົມໄປຍັງຕະຫຼາດຂອງ Viettel ຄື ກໍາປູເຈຍ, ລາວ, ໂມຊໍາບິກ, ເປຣູ... ອີກດ້ວຍ.

ໂດຍ: ຈາງຫງວຽນ