Viettel ນໍາທັນທ່າອ່ຽງດໍາເນີນທຸລະກິດສາກົນໃນປັດຈຸບັນ
ກປ.ອອນໄລ - ຕອນເຊົ້າວັນທີ 22 ມີນາ, ທີ່ຮ່າໂນ້ຍ, ສະຖາບັນ Viettel (ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ Viettel) ໄດ້ຈັດຕັ້ງກອງປະຊຸມສໍາມະນາດ້ວຍຫົວຂໍ້ “ທ່າອ່ຽງດໍາເນີນທຸລະກິດສາກົນ”.
ທີ່ກອງປະຊຸມສໍາມະນາ, ນັກຊ່ຽວຊານ, ປອ ເກີ໊ນວັນລຶກ ໄດ້ລາຍງານກ່ຽວກັບທ່າອ່ຽງຂອງການປ່ຽນແປງເສດຖະກິດສາກົນໃນສະພາບການໃໝ່ທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກພະຍາດໂຄວິດ-19 ແລະສົງຄາມຢູ່ຢູແກຼນ. ຕາມທ່ານ ເກີ໊ນວັນລຶກ ແລ້ວ, ຍຸດທະສາດດຳເນີນທຸລະກິດສາກົນຄວນເອົາໃຈໃສ່ເຖິງການສ້າງເຄື່ອງໝາຍການຄ້າ, ຮູບພາບ; ສ້າງຄວາມລື້ງເຄີຍ ແລະກໍາແໜ້ນສະພາບແວດລ້ອມນິຕິກໍາ, ຂໍ້ກໍານົດຂອງປະເທດປະຈໍາຖິ່ນ ແລະຂົງເຂດຂອງຕົນ; ບໍາລຸງກໍ່ສ້າງທັກສະເບິ່ງແຍງດູແລລູກຄ້າໃຫ້ພາລະກອນ; ຮ່ວມມືກັບຄູ່ຮ່ວມມືຂອງປະເທດປະຈໍາຖິ່ນ; ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ, ເຄື່ອນໄຫວ.
    |
 |
ບັນຍາກາດທີ່ກອງປະຊຸມສໍາມະນາ “ທ່າອ່ຽງດໍາເນີນທຸລະກິດສາກົນ”. ພາບ: qdnd.vn |
ຈາກນັ້ນ, ນັກຊ່ຽວຊານ, ປອ ເກີ໊ນວັນລຶກ ຖືວ່າ ພະນັກງານຄຸ້ມຄອງຂອງ Viettel ຄວນເອົາໃຈໃສ່ເພີ່ມທະວີຄວາມເຂົ້າໃຈ ແລະຄວາມຮັບຮູ້ກ່ຽວກັບການເຊື່ອມໂຍງ, ຕະຫຼາດ, ຄູ່ຮ່ວມມື, ກະກຽມຄວາມສາມາດດ້ານພາສາຕ່າງປະເທດ, ຄວາມຮູ້ກ່ຽວກັບກົດໝາຍສາກົນ, ທັກສະ, ວີທີການເຮັດວຽກເປັນມືອາຊີບ; ທັກສະເຮັດວຽກເປັນກຸ່ມ, ທັກສະເກັບກໍາຂໍ້ມູນ, ຂຸດຄົ້ນ ແລະໄຈ້ແຍກຂໍ້ມູນຂ່າວສານ...
ໂດຍ: ທູຈາງ