ຮ່ວມແຮງຮ່ວມໃຈປົກປ້ອງປະຊາຊົນ ແລະເດັກນ້ອຍ ອອກຈາກອຸບັດຕິເຫດລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ
ກປ.ອອນໄລ - ວັນທີ 12 ມີນາ, ຢູ່ນະຄອນ ດ່ານັ້ງ, ອົງການກູ້ຊ່ວຍມະນຸດສະທໍາສາກົນ Catholic Relief Services (CRS); ສູນເກັບກູ້ລະເບີດແຫ່ງຊາດຫວຽດນາມ (VNMAC); ພະແນກສຶກສາ ແລະກໍ່ສ້າງນະຄອນດ່ານັ້ງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສະຫຼຸບວຽກງານໂຄສະນາສຶກສາກ່ຽວກັບການປ້ອງກັນ, ຫຼີກລ້ຽງອຸບັດຕິເຫດຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ ປີ 2022.
ກອງປະຊຸມຄັ້ງນີ້ ເພື່ອແນໃສ່ສະຫຼຸບ ແລະປະກາດລາງວັນການປະກວດອອນລາຍ “ຍົກສູງສະຕິຄວາມຮູ້ປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ” ແລະການປະກວດ "ທູດໂຮງຮຽນໃນການໂຄສະນາປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ" ໃຫ້ບັນດາພະນັກງານ, ຄູອາຈານ, ນັກຮຽນປະຖົມ ແລະມັດທະຍົມຕອນຕົ້ນ ຢູ່ນະຄອນດ່ານັ້ງ.
    |
 |
ຄະນະຈັດຕັ້ງ ມອບລາງວັນໃຫ້ນັກຮຽນທີ່ຍາດໄດ້ລາງວັນໃນການປະກວດ. ພາບ: qdnd.vn |
ບັນດາການເຄື່ອນໄຫວເຫຼົ່ານີ້ແມ່ນນອນໃນຂອບເຂດໂຄງການມຸ່ງໄປເຖິງການປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມແບບຍືນຍົງ ໄລຍະ 2020-2024, ໂດຍອົງການ CRS ສົມທົບກັບ VNMAC, ພະແນກສຶກສາ ແລະກໍ່ສ້າງບັນດາແຂວງ, ນະຄອນພາກກາງ ຈັດຕັ້ງປະຕິບັດ, ພາຍໃຕ້ການອຸປະຖໍາຂອງກະຊວງການຕ່າງປະເທດ ອາເມລິກາ.
ໂດຍ: ທະນາພອນ