leftcenterrightdel
ຄະນະຈັດຕັ້ງ ມອບລາງວັນຂຶ້ນກັບບັນດາຂອງຂວັນ. ພາບ: dangcongsan.vn

ມີ 43 ລາງວັນ ໄດ້ມອບໃຫ້ບັນດານະຄອນ, ວິສາຫະກິດ, ຜະລິດຕະພັນເປັນການຢັ້ງຢືນ, ເຊີດຊູບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າກິດຈະການສ້າງສາບັນດານະຄອນອັດສະລິຍະ, ຊຸກຍູ້ການຫັນເປັນດີຈີຕອນແຫ່ງຊາດ. ລາງວັນນະຄອນອັດສະລິຍະຫວຽດນາມ 2022 ໄດ້ປຸກລະດົມແຕ່ວັນທີ 8 ສິງຫາ 2022, ມາຮອດປັດຈຸບັນໄດ້ຮັບການສະເໜີ 148 ຢ່າງ. ຜ່ານການຕີລາຄາມາເປັນ 3 ຮອບ, ສະພາ ໄດ້ຄັດເລືອກ ແລະມອບ 43 ລາງວັນນະຄອນອັດສະລິຍະ ຫວຽດນາມ 2022. ໃນນັ້ນ, ດ່ານັ້ງ ແມ່ນນະຄອນໜຶ່ງດຽວໄດ້ຮັບລາງວັນນະຄອນອັດສະລິຍະດີເດັ່ນທີ່ສຸດຫວຽດນາມ. ນີ້ເປັນຄັ້ງທີ 3 ດ່ານັ້ງ ໄດ້ຮັບລາງວັນນີ້.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ