leftcenterrightdel
ພິທີໄຂລາຍການ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນເຊົ້າວັນທີ 8 ສິງຫາ, ລາຍການຮ່ວມກຳລັງແຮງຂອງຂະແໜງທ່ອງທ່ຽວຫວຽດນາມ ດ້ວຍຫົວຂໍ້ “ການເຕີບໂຕດ້ານການທ່ອງທ່ຽວສາກົນ, ຟື້ນຟູຂະແໜງທ່ອງທ່ຽວຫວຽດນາມ ຢ່າງຮອບດ້ານ” ໄດ້ໄຂຂຶ້ນຢູ່ນະຄອນໂຮ່ຈີມິນ.

ເຫດການເພື່ອແນໃສ່ສ້າງເງື່ອນໄຂພົວພັນແລກປ່ຽນ, ພົບປະ, ຊຸກຍູ້ການຮ່ວມມືລະຫວ່າງປະຊາຄົມຜູ້ສະໜອງການບໍລິການທ່ອງທ່ຽວ, ຈຸດນັດພົບ ແລະ ບໍລິສັດທ່ອງທ່ຽວ. ພ້ອມກັນນັ້ນ, ລາຍການໄດ້ອັບເດດຂໍ້ມູນຂະແໜງ ແລະຕະຫຼາດ ເພື່ອໜູນຊ່ວຍວິສາຫະກິດກຳແໜ້ນ, ຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວຢູ່ຫຼາຍຕະຫຼາດ. ທ່ານນາງ ຫງວຽນທິແຄ໋ງ, ປະທານສະຫະສະມາຄົມທ່ອງທ່ຽວນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ຜ່ານລາຍການນີ້, ບັນດາຝ່າຍຈະຂຸດຄົ້ນທ່າແຮງແກ່ງແຍ້ງຢ່າງມີປະສິດທິຜົນກວ່າ, ຈາກນັ້ນສ້າງກຳລັງແຮງສັງລວມໃຫ້ແກ່ຂະແໜງທ່ອງທ່ຽວ, ຍົກສູງກຳລັງຄວາມສາມາດຂອງຂະແໜງທ່ອງທ່ຽວຫວຽດນາມ ໃນຕະຫຼາດພາກພື້ນ ແລະສາກົນ; ໂຄສະນາຜະລິດຕະພັນ, ການບໍລິການທ່ອງທ່ຽວໃໝ່ຂອງຫຼາຍທ້ອງຖິ່ນ ແລະ ວິສາຫະກິດໃນທົ່ວປະເທດ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ