ເຖິງຢ່າງໃດກໍ່ຕາມ, ເມື່ອແລກປ່ຽນກັບນັກຂ່າວ, ທ່ານ ຫວູດຶກຢາງ ປະທານສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ ຖືວ່າ ໃນ 6 ເດືອນທ້າຍປີ, ຂະແໜງຕ່ຳແຜ່ນຕັດຫຍິບ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເປັນຕົ້ນແມ່ນການຜັນປ່ຽນຈາກຕະຫຼາດ. ແຕ່ຂະແໜງຕ່ຳແຜ່ນຕັດຫຍິບ ຍັງຕັດສິນໃຈມຸ່ງໄປເຖິງເປົ້າໝາຍສົ່ງອອກ 43 ຕື້ໂດລາສະຫະລັດ ໃນປີນີ້.

ການສົ່ງອອກເກີນດຸນ 8,86 ຕື້ໂດລາສະຫະລັດ ໃນ 6 ເດືອນ

ນັກຂ່າວ: ບັນດາຕົວເລກໃນເຄິ່ງຕົ້ນປີ 2022 ຂອງຂະແໜງຕ່ຳແຜ່ນຕັດຫຍິບ ສະແດງໃຫ້ເຫັນຄວາມປະເອີບໃຈ. ທ່ານ ຕີລາຄາຄືແນວໃດກ່ຽວກັບໝາກຜົນດັ່ງກ່າວ?

ທ່ານ ຫວູດຶກຢາງ: ໃນ 6 ເດືອນຕົ້ນປີນີ້, ການສົ່ງອອກເຄື່ອງຕໍ່າແຜ່ນຕັດຫຍິບ ໄດ້ຜ່ານການຜັນແປຫຼາຍຢ່າງ. ໃນ 3 ເດືອນຕົ້ນປີ, ແງ່ຫວັງໃນການສົ່ງອອກດີຫຼາຍ; ໃນ 2 ເດືອນຕໍ່ໄປ, ສະພາບການຍັງດີສົມຄວນ, ແຕ່ໃນເດືອນມິຖຸນາ ຄວາມຫຍຸ້ງຍາກເລີ່ມປະກົດຂຶ້ນເມື່ອຄວາມຕ້ອງການບໍລິໂພກເຄື່ອງຕໍ່າແຜ່ນຕັດຫຍິບໃນທົ່ວໂລກຫຼຸດລົງ. ລະອຽດ, ໃນເຄິ່ງຕົ້ນປີ 2022, ອາເມລິກາ, ສະຫະພາບເອີລົບ (ອີຢູ), ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ແມ່ນ 5 ຕະຫຼາດສົ່ງອອກແຖວໜ້າຂອງຂະແໜງຕໍ່າແຜ່ນຕັດຫຍິບຫວຽດນາມ; ໃນນັ້ນ, ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດ, ກວມເອົາ 40% ອັດຕາສ່ວນຕະຫຼາດ. ເສດຖະກິດອາເມລິກາ ຊຸດໂຊມ, ສິນຄ້າຄ້າງສາງໃຫຍ່; ກໍາລັງຊື້ຂອງຕະຫຼາດອີຢູ, ຍີ່ປຸ່ນ ກໍ່ຫຼຸດລົງ, ສົ່ງຜົນສະທ້ອນເຖິງການສົ່ງອອກເຄື່ອງຕໍ່າແຜ່ນຕັດຫຍິບຫວຽດນາມ ໃນທ້າຍໄຕມາດທີ II,   ຕົ້ນໄຕມາດທີ III.

ໄລຍະເຄິ່ງຕົ້ນປີ 2022, ວົງເງິນສົ່ງອອກຄາດວ່າບັນລຸ 22,3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 17,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍແມ່ນເຄື່ອງຕັດຫຍິບ, ຜ້າ, ເສັ້ນໃຍ... ໃນຂະນະນັ້ນ, ຍອດວົງເງິນນຳເຂົ້າວັດຖຸດິບ, ວັດຖຸສຳຮອງໃຫ້ຂະແໜງຕໍ່າແຜ່ນຕັດຫຍິບ 6 ເດືອນຕົ້ນປີ 2022 ຄາດວ່າບັນລຸ 13,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,8% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2021. ດ້ວຍໝາກຜົນດັ່ງກ່າວ, ຂະແໜງຕ່ຳແຜ່ນຕັດຫຍິບ ໄດ້ສົ່ງອອກເກີນດຸນ 8,86 ຕື້ໂດລາສະຫະລັດ ໃນເຄິ່ງຕົ້ນປີ 2022, ເພີ່ມຂຶ້ນ 32% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນສະພາບການເສດຖະກິດໂລກ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ນີ້ແມ່ນຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງວິສາຫະກິດຕໍ່າແຜ່ນຕັດຫຍິບຫວຽດນາມ.

leftcenterrightdel
ທ່ານ ຫວູດຶກຢາງ ປະທານສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ. ພາບ: ກວາງນາມ

ນັກຂ່າວ: ນອກຈາກຜົນການຜະລິດ,  ດໍາເນີນທຸລະກິດ, ໃນໄລຍະຜ່ານມາ, ເລື່ອງປ່ຽນແປງໃໝ່ເຕັກໂນໂລຢີ, ຫັນປ່ຽນສີຂຽວຂອງຂະແໜງຕ່ຳແຜ່ນຕັດຫຍິບ ກໍ່ບັນລຸໄດ້ໝາກຜົນເບື້ອງຕົ້ນ. ຕາມທ່ານແລ້ວ ຂະແໜງຕ່ຳແຜ່ນຕັດຫຍິບ ພວມຢູ່ໃສໃນວິວັດການນີ້?

ທ່ານ ຫວູດຶກຢາງ: ເລື່ອງຫັນຂະແໜງຕ່ຳແຜ່ນຕັດຫຍິບເປັນສີຂຽວ ແມ່ນທ່າອ່ຽງໃນທົ່ວໂລກ, ບັງຄັບໃຫ້ວິສາຫະກິດຕ້ອງຜັນຂະຫຍາຍເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ ແລະເພີ່ມການສົ່ງອອກໄປຍັງຕະຫຼາດໃຫຍ່ທີ່ໄດ້ລົງນາມໃນສັນຍາການຄ້າເສລີ. ຮັບຮູ້ໄດ້ບັນຫານີ້, ໂຄງການຫັນຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມເປັນສີຂຽວ ກໍ່ໄດ້ຮັບການຍູ້ແຮງຈາກວິສາຫະກິດ. ວິສາຫະກິດລົງທຶນກໍ່ສ້າງພື້ນຖານໂຄງລ່າງ ແນໃສ່ບັນລຸມາດຕະຖານຕາມຄວາມຮຽກຮ້ອງຂອງລູກຄ້າ; ສ້າງສະພາບແວດລ້ອມແຫ່ງການເຮັດວຽກສີຂຽວ; ລົງທຶນນຳໃຊ້ແຫຼ່ງພະລັງງານທົດແທນ... ບັນດາວິສາຫະກິດ ກໍ່ສຸມໃສ່ນຳໃຊ້ມາດຕະການຫັນເປັນອັດຕະໂນມັດ, ຄຸ້ມຄອງດີຈີຕອນ. ນີ້ແມ່ນທ່າອ່ຽງທີ່ຈໍາເປັນ, ສ້າງຄວາມແຕກຕ່າງກັນ ແລະພື້ນຖານທີ່ດີເພື່ອຮັບມືໄວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ຮັບປະກັນເປົ້າໝາຍພັດທະນາແບບຍືນຍົງໃຫ້ຂະແໜງ.

ສິ່ງທ້າທາຍຈາກສະພາບຫຼຸດຜ່ອນຄວາມຕ້ອງການ

ນັກຂ່າວ: ປີ 2022, ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ ວາງເປົ້າໝາຍສູ້ຊົນບັນລຸ 43 ຕື້ໂດລາສະຫະລັດ. ເປັນອັນວ່າ, ໜ້າທີ່ 6 ເດືອນທ້າຍປີ ຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ?

ທ່ານ ຫວູດຶກຢາງ: ນີ້ແມ່ນໜ້າທີ່ອັນໜັກໜ່ວງ. ດັ່ງທີ່ໄດ້ເວົ້າມາຂ້າງເທິງ, ຄວາມຕ້ອງການເຄື່ອງຕໍ່າແຜ່ນຕັດຫຍິບໃນທົ່ວໂລກມີສັນຍານຫຼຸດລົງ, ເປັນຕົ້ນແມ່ນຢູ່ຕະຫຼາດໃຫຍ່, ຄື: ອາເມລິກາ ແລະ ອີຢູ. ຜ່ານການສຳຫຼວດ, ຕີລາຄາຂອງຜູ້ຂາຍ, ອົງການຈັດຕັ້ງສາກົນ ສະແດງໃຫ້ເຫັນວ່າ, ຢູ່ຕະຫຼາດອາເມລິກາ, ເງິນເຟີ້ໃນລະດັບສູງ, ສິ່ງດັ່ງກ່າວເຮັດໃຫ້ການໃຊ້ຈ່າຍຂອງປະຊາຊົນຖືກຈຳກັດ, ໃນນັ້ນການຊື້ເຄື່ອງຕັດຫຍິບຖືກຫຼຸດລົງຫຼາຍທີ່ສຸດ. ພິເສດ, ເລື່ອງເງິນເອີໂຣ ຕົກລາຄາຈະເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນສູງ. ໃນສະພາບທີ່ຊາວອີຢູ ພວມຫຼຸດການໃຊ້ຈ່າຍນັ້ນ, ໄດ້ກໍ່ຄວາມຫຍຸ້ງຍາກໃຫ້ບັນດາປະເທດສົ່ງອອກເຄື່ອງຕໍ່າແຜ່ນຕັດຫຍິບເຂົ້າຕະຫຼາດນີ້, ຫາກບໍ່ພຽງແຕ່ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ ເທົ່ານັ້ນ.

ນັກຂ່າວ: ເປົ້າໝາຍວາງອອກແມ່ນໃຫຍ່ຫຼວງທີ່ສຸດ, ຂໍ້ສະເໜີແນະໃຫ້ບັນດາວິສາຫະກິດຕໍ່າແຜ່ນຕັດຫຍິບ ແມ່ນຫຍັງແດ່?

ທ່ານ ຫວູດຶກຢາງ: ເພື່ອຮັບປະກັນໃຫ້ການຜະລິດເປັນປົກກະຕິ, ມຸ່ງໄປເຖິງເປົ້າໝາຍທີ່ຍືນຍົງໃນໄລຍະຈະມາເຖິງ, ບັນດາວິສາຫະກິດຕ້ອງທ່ວງທັນກັບທ່າອ່ຽງຕະຫຼາດ, ສືບຕໍ່ລົງທຶນປ່ຽນແປງອຸປະກອນເຕັກໂນໂລຢີ ໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງບັນດາປະເທດນຳເຂົ້າ, ຕົວຢ່າງຄືຄວາມຮຽກຮ້ອງກ່ຽວກັບຜະລິດຕະພັນຕັດຫຍິບຄືນໃໝ່ເຂົ້າຕະຫຼາດອີຢູ ໃນປະຈຸບັນ. ພິເສດແມ່ນ, ເພີ່ມທະວີມາດຕະການກໍ່ສ້າງ, ບຳລຸງສ້າງແຫຼ່ງກໍາລັງໃຫ້ເໝາະສົມກັບສະພາບຄວາມຫຍຸ້ງຍາກຂອງຕະຫຼາດ, ເປັນຕົ້ນແມ່ນເອົາໃຈໃສ່ເປັນພິເສດເຖິງແຫຼ່ງຊັບພະຍາກອນມະນຸດອອກແບບ ໃຫ້ຂະແໜງອຸດສາຫະກຳແຟຊັນ. ຕົວຢ່າງ, ໃນ 6 ເດືອນຕົ້ນປີ, ນອກຈາກ 5 ຕະຫຼາດເດີມແລ້ວ, ບັນດາວິສາຫະກິດເລີ່ມຫັນໄປສູ່ການຂຸດຄົ້ນຕະຫຼາດຕາເວັນອອກກາງ ແລະອາຟະລິກາ, ສິ່ງດັ່ງກ່າວໄດ້ປະກອບສ່ວນສຳຄັນເພື່ອໃຫ້ວິສາຫະກິດຕໍ່າແຜ່ນຕັດຫຍິບຜ່ານຜ່າຄວາມຫຍຸ້ງຍາກ.

ນັກຂ່າວ: ຂໍຂອບໃຈທ່ານ !

ໂດຍ: ເຈິ່ນຮວ່ຽນ