ຂໍ້ຕົກລົງດັ່ງກ່າວຊີ້ແຈ້ງວ່າ, ຂອບເຂດດັດປັບແຜນສັງລວມນະຄອນຫວຽດຈີ່ ລວມມີເຂດແດນບໍລິຫານນະຄອນທັງໝົດ, 22 ຫົວໜ່ວຍບໍລິຫານດ້ວຍເນື້ອທີ່ປະມານ 11.175 ເຮັກຕາ. ຕາມຂໍ້ຕົກລົງແລ້ວ, ເປົ້າໝາຍວາງອອກແມ່ນເພື່ອຫັນທິດທາງວາງແຜນສັງລວມແຂວງຝູທໍ້ ໃນໄລຍະ 2020-2030, ວິໄສທັດຮອດປີ 2050 ໃຫ້ເປັນລະອຽດ, ເປັນພື້ນຖານໃຫ້ແກ່ການກໍ່ສ້າງນະຄອນຫວຽດຈີ່ ສິວິໄລ, ທັນສະໄໝ, ສົມເປັນໃຈກາງສັງລວມຂອງແຂວງຝູທໍ້...

leftcenterrightdel
ນະຄອນຫວຽດຈີ່, ແຂວງຝູທໍ້. ພາບ: phuthodfa.gov.vn.

ຂໍ້ຕົກລົງກໍ່ຊີ້ແຈ້ງບັນດາຄວາມຮຽກຮ້ອງຈຸດສຸມສຳລັບການດັດປັບແຜນສັງລວມນະຄອນຫວຽດຈີ່, ເຊິ່ງລວມມີ: ການກວດກາຄືນສັງລວມກ່ຽວກັບເນື້ອໃນວາງແຜນສັງລວມນະຄອນຫວຽດຈີ່ ທີ່ໄດ້ອະນຸມັດຜ່ານໃນປີ 2015 ແລະສົມທຽບ, ກວດກາຄືນ, ຕີລາຄາສະພາບຕົວຈິງແຫ່ງການພັດທະນາຕົວເມືອງ. ຄົ້ນຄວ້າບັນດາກໍານົດທິດຈາກການວາງແຜນຜັງຂັ້ນເທິງ ແລະການປ່ຽນແປງໃໝ່ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ, ເຂດ, ກໍານົດບັນດາປັດໄຈໃໝ່, ບັນດາບັນຫາທີ່ຍັງຄົງຄ້າງຄວນໄດ້ຮັບການປັບປຸງ. ການກໍານົດທິດພັດທະນາຄວນກົມກຽວກັນກັບຄວາມຮຽກຮ້ອງອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າທັດສະນີຍະພາບທໍາມະຊາດ, ການທ່ອງທ່ຽວ, ປູຊະນີຍະສະຖານປະຫວັດສາດວັດທະນະທໍາຕາມທິດຍືນຍົງ ແລະປົກປັກຮັກສາສິ່ງແວດລ້ອມໃນພາກພື້ນ...

ໂດຍ: ທູຈາງ