leftcenterrightdel
ກອງປະຊຸມສົ່ງເສີມການລົງທຶນສ.ເກົາຫຼີ ເຂົ້າແຂວງບິ່ງເຢືອງ ຜ່ານລະບົບທາງໄກ. ພາບ: qdnd.vn.

ຜ່ານກອງປະຊຸມ, ແຂວງບິ່ງເຢືອງ ໄດ້ແນະນໍາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນການແກ່ງແຍ້ງ, ກົນໄກ, ນະໂຍບາຍດຶງດູດວິສາຫະກິດເຂົ້າມາລົງທຶນໃນເຂດອຸດສາຫະກໍາ, ກຸ່ມອຸດສາຫະກໍາ, ແນະນຳຂໍ້ມູນຂ່າວສານກ່ຽວກັບຂົງເຂດປະຕິຮູບລະບຽບການບໍລິຫານຂອງແຂວງ, ແຫຼ່ງແຮງງານ... ມາຮອດປະຈຸບັນ, ວິສາຫະກິດສ. ເກົາຫຼີ ໄດ້ລົງທຶນຢູ່ແຂວງບິ່ງເຢືອງ ກວ່າ 760 ໂຄງການດ້ວຍເງິນລົງທຶນທັງໝົດຫຼາຍກວ່າ 3,2 ຕື້ໂດລາສະຫະລັດ. ທີ່ກອງປະຊຸມ, ບັນດາຂະແໜງການຂອງແຂວງບິ່ງເຢືອງ ໄດ້ຕອບຂໍ້ມູນ, ຕອບບັນຫາຂອງບັນດາວິສາຫະກິດສ. ເກົາຫຼີ ທີ່ມີຄວາມຕ້ອງການຢາກຊອກຮູ້ກາລະໂອກາດການຮ່ວມມື, ລົງທຶນຢູ່ທ້ອງຖິ່ນ.

ໂດຍ: ກວຽດເຕີມ