ຕາມແຈ້ງການທາງການຂອງ JAXA, ເວລາຍິງລູກສອນໄຟ Epsilon-5 ທີ່ນຳເອົາ 9 ດາວທຽມຕິດພ້ອມນັ້ນຈະດຳເນີນແຕ່ເວລາ 7 ໂມງ 48 ນາທີ ຫາ 7 ໂມງ 59 ນາທີ, ຢູ່ສະໜາມສົ່ງດາວທຽມ Uchinoura, ຍີ່ປຸ່ນ.

leftcenterrightdel
ນັກຊ່ຽວຊານຍີ່ປຸ່ນ ຕິດຕັ້ງດາວທຽມ NanoDragon ຂອງຫວຽດນາມ ໃສ່ທໍ່ຍິງຂອງລູກສອນໄພ. ພາບ: ສູນອາວະກາດຫວຽດນາມ.

ນີ້ແມ່ນຄັ້ງທີ 4 ທີ່ JAXA ໄດ້ວາງແຜນສົ່ງດາວທຽມ NanoDragon, ກ່ອນໜ້ານັ້ນການວາງແຜນສົ່ງດາວທຽມໃນວັນທີ 1 ຕຸລາ, ວັນທີ 7 ຕຸລາ ແລະ ວັນທີ 7 ພະຈິກ ລ້ວນແຕ່ຖືກໂຈະໄວ້ຍ້ອນດິນຟ້າອາກາດບໍ່ອຳນວຍ ແລະເຫດຜົນທາງເຕັກນິກ.

NanoDragon ແມ່ນດາວທຽມໂດຍບັນດານັກວິທະຍາສາດສັງກັດສູນອາວະກາດຫວຽດນາມ, ສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຄົ້ນຄວ້າ, ອອກແບບ ແລະຜະລິດເອງ. ດາວທຽມນີ້ແມ່ນຜະລິດຕະພັນຂອງໂຄງການ “ຄົ້ນຄວ້າ, ອອກແບບ, ປະດິດສ້າງ, ຍິງສົ່ງ ແລະທົດລອງດາວທຽມຈຸນລະພາກຂະໜາດນາໂນ” ສັງກັດ “ໂຄງການວິທະຍາສາດ ແລະເຕັກໂນໂລຢີລະດັບຊາດກ່ຽວກັບເຕັກໂນໂລຢີອາວະກາດໄລຍະ 2016 – 2020” ໂດຍສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມຮັບຜິດຊອບ.

ໂດຍ: ທະນາພອນ