ບັນດາຜູ້ອາຍຸສູງ, ອ່ອນເພຍ, ບັນດາຄອບຄົວທຸກຍາກ ແລະຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໄດ້ຮັບເຂົ້າສານ ແລະເຄື່ອງຂອງທີ່ຈໍາເປັນຈາກລັດ, ກອງທັບ ແລະບັນດາຜູ້ໃຈບຸນໃຈກຸສົນ. ພໍ່ແມ່ປະຊາຊົນຮູ້ສຶກອົບອຸ່ມໃຈຍ້ອນໄດ້ຮັບເອົາການຊ່ວຍເຫຼືອຢ່າງທັນການເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນຕໍ່ໜ້າ, ຜ່ານນັ້ນສະແດງໃຫ້້ເຫັນອາລົມຈິດ, ຄວາມເອົາໃຈໃສ່ຂອງທົ່ວປະເທດທີ່ມີຕໍ່ພໍ່ແມ່ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ, ໄພພິບັດ. ໜັງສືພິມກອງທັບປະຊາຊົນອອນລາຍ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບຢູ່ເມືອງກວ໊າງດ່ຽນ, ແຂວງເທື່ອທຽນເຫວ້.

leftcenterrightdel
ພໍ່ຕູ້ ຮວ່າງວັນແທ້ງ ແລະຫຼາຍຄອບຄົວໄດ້ຮັບເອົາເຂົ້າສານ 15 ກິໂລທີ່ຫໍວັດທະນະທໍາຕາແສງກວ໊າງວີງ, ເມືອງກວ໊າງດ່ຽນ. ພາບ: qdnd.vn.
leftcenterrightdel
ພໍ່ແມ່ປະຊາຊົນຊ່ວຍເຫຼືອກັນຂົນສົ່ງສະບຽງອາຫານກັບເມືອບ້ານ. ພາບ: qdnd.vn.
leftcenterrightdel
ປະຊາຊົນມີຄວາມອຸ່ນອ່ຽນໃຈກວ່າເມື່ອໄດ້ຮັບເອົາເຂົ້າສານ ແລະອາຫານແຫ້ງຈາກລັດຖະບານ ແລະກອງທັບ. ພາບ: qdnd.vn.
leftcenterrightdel
ປະຊາຊົນຂົນສົ່ງເຄື່ອງກູ້ຊ່ວຍກັບເມືອບ້ານ ເພື່ອຍາດແຍ່ງເວລາແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ. ພາບ: qdnd.vn.

ໂດຍ: ທູຈາງ