leftcenterrightdel
ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄປກວດກາສະຖານທີ່ເລືອກຕັ້ງ. ພາບ: Vietnam+

ຕອນບ່າຍວັນທີ 26 ກຸມພາ, ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດຫວຽດນາມ, ຫົວໜ້າຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ແລະສະພາເລືອກຕັ້ງແຫ່ງຊາດ, ໄດ້ເຮັດວຽກກັບຄະນະກຳມະການເລືອກຕັ້ງນະຄອນຮ່າໂນ້ຍ ກ່ຽວກັບວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນ ອາຍຸການ 2026 – 2031.

ຮ່າໂນ້ຍ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີຈຳນວນສະມາຊິກໄດ້ຮັບການເລືອກຕັ້ງຫຼາຍທີ່ສຸດໃນທົ່ວປະເທດດ້ວຍສະມາຊິກສະພາແຫ່ງຊາດ 32 ທ່ານ ແລະສະມາຊິກສະພາປະຊາຊົນນະຄອນ 125 ທ່ານ. ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຕີລາຄາວ່າ ມາຮອດປັດຈຸບັນ, ວຽກງານກະກຽມການເລືອກຕັ້ງຂອງຮ່າໂນ້ຍ ໄດ້ຜັນຂະຫຍາຍຢ່າງຮອບດ້ານ, ມີແບບມີແຜນ, ຄົບຊຸດ, ຮັບປະກັນຖືກຕ້ອງຄວາມຄືບໜ້າ ແລະຂໍ້ກຳນົດຂອງກົດໝາຍ. ນັບແຕ່ນີ້ຮອດວັນທີ 15 ມີນາ, ທາງນະຄອນ ຕ້ອງສືບຕໍ່ຈັດແບ່ງຄົນຢ່າງຈະແຈ້ງ, ວຽກງານຈະແຈ້ງ, ມີຄວາມຮັບຜິດຊອບຢ່າງຈະແຈ້ງ”, ຕິດຕາມຄວາມຄືບໜ້າຂອງແຕ່ລະວຽກງານຢ່າງໃກ້ຊິດ, ສືບຕໍ່ສຳຫຼວດກວດຄືນ, ອັບເດດໃນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຮັບປະກັນສິດເລືອກຕັ້ງຂອງພົນລະເມືອງ. ພ້ອມກັນນັ້ນ, ກໍ່ສືບຕໍ່ຍູ້ແຮງວຽກງານຖະແຫຼງຂ່າວ, ໂຄສະນາກ່ອນ, ໃນ ແລະຫຼັງວັນເລືອກຕັ້ງ.

ໂດຍ: ກວຽດເຕິມ