leftcenterrightdel
ທ່ານ ຮວ່າງງວຽນຢິງ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແນະນຳພະນັກງານ, ນັກຮົບກອງພົນ 129 ວຽກງານຈັດຕັ້ງຫ້ອງປ່ອນບັດເລືອກຕັ້ງ. ພາບ: vov.vn

ບັນດາຜູ້ມີສິດເລືອກຕັ້ງໄປປ່ອນບັດຢູ່ 4 ເຂດປ່ອນບັດຂຶ້ນກັບບັນດາຕາແສງເຟືອກທັ້ງ, ຕາມທັ້ງ ແລະລອງເຊີນ (ເຂດບ່າເຣ້ຍ - ຫວູງເຕົ່າເກົ່າ). ນະຄອນໂຮ່ຈີມິນ ແມ່ນໜຶ່ງໃນບັນດາສະຖານທີ່ທຳອິດໃນທົ່ວປະເທດທີ່ໄດ້ຈັດການເລືອກຕັ້ງກ່ອນເວລາກຳນົດການເລືອກຕັ້ງທົ່ວປະເທດເຊິ່ງແມ່ນວັນທີ 15 ມີນາ. ບົນພື້ນຖານຄຳເຫັນຂອງສະພາເລືອກຕັ້ງແຫ່ງຊາດ, ຄະນະກຳມະການເລືອກຕັ້ງນະຄອນໂຮ່ຈີມິນ ໄດ້ດຳເນີນບັນດາຂັ້ນຕອນ ເພື່ອກະກຽມການເລືອກຕັ້ງກ່ອນເວລາກຳນົດ ຢູ່ 4 ເຂດປ່ອນບັດ, ຮັບປະກັນການເລືອກຕັ້ງໄດ້ດຳເນີນຖືກຕ້ອງຕາມຂໍ້ກຳນົດ, ຮັບປະກັນບັນດາຂັ້ນຕອນ, ລະບຽບການຕາມກົດໝາຍກຳນົດ, ຮັບປະກັນການດຳເນີນການຂົນຂວາຍເລືອກຕັ້ງຂອງຜູ້ສະໝັກຮັບເລືອກຕັ້ງ ແລະສິດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງ.

ແຫຼ່ງຄັດຈາກ: vovworld.vn