ພັດທະນາກະສິກໍານິເວດ, ຍົກສູງຄຸນນະພາບການດໍາລົງຊີວິດຂອງຊາວກະສິກອນໃຫ້ດີຂຶ້ນ

ບົນພື້ນຖານມະຕິເລກທີ 01/NQ-CP ແລະມະຕິເລກທີ 02/NQ-CP ຂອງລັດຖະບານ, ກະຊວງກະສິກໍາ ແລະສິ່ງແວດລ້ອມ ໄດ້ປະກາດໂຄງການດໍາເນີນງານດ້ວຍເປົ້າໝາຍຕະຫຼອດແມ່ນພັດທະນາກະສິກໍາຕາມທິດນິເວດ, ທັນສະໄໝ, ມີຄວາມຮັບຜິດຊອບ, ພ້ອມທັງຄຸ້ມຄອງ, ຂຸດຄົ້ນຊັບພະຍາກອນທໍາມະຊາດ, ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງໃຫ້ມີປະສິດທິຜົນ.

ໜຶ່ງໃນບັນດາຈຸດເນັ້ນສໍາຄັນຂອງໂຄງການແມ່ນລະບົບເປົ້າໝາຍ, ຄາດໝາຍລະອຽດ, ຈະແຈ້ງໃນທັງ 3 ເສົາຄໍ້າ: ເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມ. ເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມ. ປີ 2026, ທົ່ວຂະແໜງສູ້ຊົນບັນລຸລະດັບການເຕີບໂຕ GDP 3,7%, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າບັນລຸ 73-74 ຕື້ໂດລາສະຫະລັດ, ສືບຕໍ່ຢືນຢັນບົດບາດສະໜັບສະໜູນຂອງພື້ນຖານເສດຖະກິດໃນສະພາບຜັນແປຫຼາຍຢ່າງ. ພ້ອມກັນນັ້ນ, ການພັດທະນາເສດຖະກິດລວມໝູ່ໄດ້ເອົາໃຈໃສ່ເປັນສໍາຄັນ, ດ້ວຍເປົ້າໝາຍມີສະຫະກອນກະສິກໍາດີຢູ່, ດີ 16.000 ແຫ່ງ, ສ້າງພື້ນຖານໃຫ້ການຜະລິດສິນຄ້າມີຂະໜາດໃຫຍ່, ຍືນຍົງ.

leftcenterrightdel
ການເຄື່ອນໄຫວໂຄສະນາ, ແນະນໍາຜະລິດຕະພັນບັນລຸມາດຕະຖານ OCOP ຢູ່ງານຕະຫຼາດນັດລະດູບານໃໝ່ ຄັ້ງທີ 1 ປີ 2026. ພາບ: ຫງວຽນຮົ່ງຊາງ

ຄຽງຄູ່ກັບເປົ້າໝາຍການເຕີບໂຕ, ໂຄງການດໍາເນີນງານໄດ້ຕັ້ງການຍົກສູງຄຸນນະພາບການດໍາລົງຊີວິດຊາວກະສິກອນ ແລະພັດທະນາຊົນນະບົດແບບຍືນຍົງເປັນຈຸດສຸມ. ຕາມບົດລາຍງານຂອງກະຊວງກະສິກໍາ ແລະສິ່ງແວດລ້ອມ, ບັນດາເປົ້າໝາຍສັງຄົມຄືຫຼຸດຜ່ອນອັດຕາຄອບຄົວທຸກຍາກຫຼາຍສົ້ນຈາກ 1 ຮອດ 1,5%, ຍົກສູງອັດຕາຕາແສງມີຊົນນະບົດໃໝ່ບັນລຸມາດຕະຖານຢ່າງໜ້ອຍສຸດ 15%, ຮັບປະກັນ 62% ຄອບຄົວ ຊົນນະບົດໄດ້ນໍາໃຊ້ນໍ້າປະປາບັນລຸມາດຕະຖານສະແດງໃຫ້ເຫັນການກໍານົດທິດພັດທະນາຖືຄົນເປັນໃຈກາງ, ບໍ່ແລກປ່ຽນຄວາມກ້າວໜ້າທາງສັງຄົມເພື່ອເອົາການເຕີບໂຕຢ່າງດ່ຽວ.

ໃນຂົງເຂດສິ່ງແວດລ້ອມ ແລະຊັບພະຍາກອນ, ກະຊວງກະສິກໍາ ແລະສິ່ງແວດລ້ອມ ໄດ້ກໍານົດຢ່າງຈະແຈ້ງຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງຕິດພັນກັບການປົກປັກຮັກສານິເວດ. ເລື່ອງການປົກຫຸ້ມປ່າໄມ້ຍັງຄົງຮັກສາອັດຕາ 42,02%, ຍົກອັດຕາເກັບກໍາ, ການບຳບັດຂີ້ເຫຍື້ອແຂງໃນຕົວເມືອງຂຶ້ນເຖິງ 95% ແລະຄວບຄຸມ, ຕິດຕາມທາງອອນໄລ 100% ອ່າງເກັບນ້ຳໄຟຟ້າໃຫຍ່ພວມເຄື່ອນໄຫວສະແດງຄວາມຕັດສິນໃຈການບໍລິຫານຊັບພະຍາກອນຢ່າງແໜ້ນແຟ້ນ, ເປັນເຈົ້າການຕ້ານ ແລະສະກັດກັ້ນຄວາມສ່ຽງສິ່ງແວດລ້ອມ. ເປັນໜ້າເອົາໃຈໃສ່ວ່າ ມີກິດຈະການອ່າງເກັບນ້ຳໄຟຟ້າ, ຊົນລະປະທານປະມານ 700 ແຫ່ງຈະໄດ້ກໍານົດ, ປະກອບສ່ວນຢ່າງກົມກ່ຽວຜົນປະໂຫຍດລະຫວ່າງການພັດທະນາເສດຖະກິດ ແລະປົກປັກຮັກສາສິ່ງແວດລ້ອມນິເວດຕອນລຸ່ມແມ່ນ້ຳ.

ບຸກທະລຸລະບອບລະບຽບການ, ສ້າງແຮງຂັບເຄື່ອນໃຫ້ການພັດທະນາ

ເພື່ອຫັນເປົ້າໝາຍດັ່ງກ່າວປະກົດຜົນເປັນຈິງ, ຕາມທ່ານ ເລວັນແທ່ງ ຫົວໜ້າກົມແຜນການ-ການເງິນ, ກະຊວງກະສິກໍາ ແລະສິ່ງແວດລ້ອມ ແລ້ວ, ໂຄງການດໍາເນີນງານ ປີ 2026 ຂອງກະຊວງໄດ້ກໍ່ສ້າງພິຖິພິຖັນ, ຕິດຕາມກວດກາຫົວເລື່ອງບໍລິຫານຂອງລັດຖະບານ, ດ້ວຍລະບົບເປົ້າໝາຍ, ຄາດໝາຍ ແລະໜ້າທີ່ໄດ້ມີປະລິມານຢ່າງຈະແຈ້ງ. ຈຸດສຸມແມ່ນ 12 ກຸ່ມໜ້າທີ່, ມາດຕະການຫຼັກແຫຼ່ງ, ໃນນັ້ນ ພິເສດເນັ້ນໜັກການດັດປັບລະບອບລະບຽບການ, ປະຕິຮູບລະບຽບການບໍລິຫານ, ຫັນປ່ຽນຮູບແບບເຕີບໂຕກະສິກໍາຕາມທິດສີຂຽວ-ດີຈີຕອນ-ໝູນວຽນ ແລະລົງທຶນໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເລື່ອງຫັນການຫຼຸດ, ຫັນເປັນງ່າຍດາຍ 100% ເງື່ອນໄຂການລົງທຶນດໍາເນີນທຸລະກິດທີ່ບໍ່ຈໍາເປັນ; ຫຼຸດ 50% ເວລາແກ້ໄຂລະບຽບການບໍລິຫານ ແລະຄ່າໃຊ້ຈ່າຍປະຕິບັດເມື່ອທຽບໃສ່ກັບປີ 2024 ໄດ້ຖືແມ່ນມາດຕະການທີ່ມີລັກສະນະບຸກທະລຸ, ສ້າງສະພາບແວດລ້ອມສະດວກໃຫ້ວິສາຫະກິດ ແລະປະຊາຊົນເຂົ້າຮ່ວມການລົງທຶນເຂົ້າກິດຈະກໍາ, ຊົນນະບົດ ແລະຂົງເຂດສິ່ງແວດລ້ອມ.

ພ້ອມກັນນັ້ນ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ ແລະຫັນປ່ຽນດີຈີຕອນ ສືບຕໍ່ໄດ້ກໍານົດແມ່ນກໍາລັງຜັກດັນທີ່ຫຼັກແຫຼ່ງ. ການລົງທຶນໂຄງລ່າງກະສິກໍາ, ຊົນນະບົດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ເພີ່ມທະວີການໝູນໃຊ້ເຕັກໂນໂລຢີດີຈີຕອນໃນການຄຸ້ມຄອງຊັບພະຍາກອນ, ຕິດຕາມກວດກາສິ່ງແວດລ້ອມ ແລະເຄື່ອນໄຫວກິດຈະການຊົນນະປະທານ, ໄຟຟ້ານໍ້າຕົກແມ່ນມາດຕະການຕ່າງໆທີ່ມີລັກສະນະເປັນໄປໄດ້, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການພັດທະນາໃນປະຈຸບັນ.

ເພື່ອຮັບປະກັນໂຄງການໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ກະຊວງກະສິກໍາ ແລະສິ່ງແວດລ້ອມ ໄດ້ແບ່ງງານຢ່າງຈະແຈ້ງຄວາມຮັບຜິດຊອບໃຫ້ຫົວໜ້າບັນດາຫົວໜ່ວຍຂຶ້ນກັບ, ເພີ່ມທະວີການຕິດຕາມກວດກາ ແລະຕີລາຄາປະຈໍາໄລຍະ. ສໍາລັບທ້ອງຖິ່ນ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກແມ່ນເປັນເຈົ້າການກໍ່ສ້າງໂຄງການກະທໍາທີ່ສອດຄ່ອງກັບເງື່ອນໄຂພຶດຕິກໍາຕົວຈິງ, ຄັດເລືອກຮັບການຈຸດສຸມຕ່າງໆ, ຈັດສັນແຫຼ່ງຊັບພະຍາກອນມະນຸດໃຫ້ສອດຄ່ອງ ແລະທະວີຄູນວິທີເຮັດຢ່າງມີປະສິດທິຜົນ.

ດ້ວຍວິທີການເຂົ້າເຖິງຮອບດ້ານ, ເປົ້າໝາຍຈະແຈ້ງ ແລະມາດຕະການລະອຽດ, ໂຄງການດໍາເນີນງານ ປີ 2026 ຂອງກະຊວງກະສິກໍາ ແລະສິ່ງແວດລ້ອມ ໄດ້ຫວັງວ່າ ຈະສ້າງພື້ນຖານໝັ້ນແກ່ນໃຫ້ການເຕີບໂຕສີຂຽວ, ຍືນຍົງ, ປະກອບສ່ວນຍົກສູງຄວາມສາມາດແກ່ງແຍ້ງຂອງກະສິກໍາຫວຽດນາມ ແລະເຮັດໃຫ້ຄຸນນະພາບການດໍາລົງຊີວິດໃນໄລຍະພັດທະນາໃໝ່ດີຂຶ້ນ.

ທ່ານ ເຈິ່ນດຶກຖັງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງກະສິກໍາ ແລະສິ່ງແວດລ້ອມຫວຽດນາມ ເນັ້ນໜັກວ່າ ໂຄງການດໍາເນີນງານປະຕິບັດມະຕິເລກທີ 01/NQ-CP ແລະມະຕິເລກທີ 02/NQ-CP ຕ້ອງໄດ້ຜັນຂະຫຍາຍດ້ວຍຈິດໃຈລະບຽບວິໄນ, ຮັບຜິດຊອບ, ກະທໍາຢ່າງດຸເດືອດ ແລະມີປະສິດທິຜົນ, ເອົາໝາກຜົນແທ້ຈິງເປັນໄມ້ບັນທັດ. ທ່ານ ເຈິ່ນດຶກຖັງ ຮຽກຮ້ອງໃຫ້ທົ່ວຂະແໜງສຸມໃສ່ຫັນປ່ຽນຈິດຕະນາການຈາກ “ບໍລິຫານ” ມາເປັນ “ສ້າງສັນ, ຮັບໃຊ້” ຢ່າງແຂງແຮງ, ຊຸກຍູ້ການພັດທະນາກະສິກໍາຕາມທິດນິເວດ, ທັນສະໄໝ, ມີມູນຄ່າເພີ່ມສູງ; ພ້ອມທັງຄຸ້ມຄອງຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໃນທຸກກໍລະນີ.

ໂດຍ: ໄຊນີດາ