ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ລົງກວດກາໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຮຶວງິ-ຈີລັງ, ດົງດັງ-ຈ່າລິງ
ການກໍ່ສ້າງຕ້ອງຮັບປະກັນຄຸນນະພາບ, ຄວາມຄືບໜ້າ, ບັນດາຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ຄວາມປອດໄພໃນການອອກແຮງງານ… ເພື່ອກໍ່ສ້າງສຳເລັດໂຄງການເສັ້ນທາງຄວາມໄວສູງ ຮຶວງິ-ຈີລັງ ແລະດົ່ງດັງ-ຈ່າລິງ ໃນແຂວງລ້າງເຊີນ ແລະກາວບັ່ງ...
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ລົງກວດກາມໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຮຶວງິ - ຈີລັງ, ດົງດັງ - ຈ່າລິງ. ພາບ: vov.vn |
ຕອນເຊົ້າວັນທີ 20 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ລົງກວດກາ, ມອບຂອງຂວັນລະດົມກຳລັງໃຈ, ອວຍພອນບຸນເຕັດບັນດາຫົວໜ່ວຍພວມກໍ່ສ້າງເສັ້ນທາງຄວາມໄວສູງ ຮຶວງິ-ຈີລັງ ແລະດົງດັງ-ຈ່າລິງ ໃນບໍລິເວນແຂວງລ້າງເຊີນ ແລະກາວບັ່ງ.
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງໃຫ້ທົ່ວລະບົບການເມືອງ ປະຕິບັດຢ່າງຂ້ຽວຂາດ, ພິເສດແມ່ນເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນແຂວງຕ້ອງຊີ້ນຳຢ່າງຕັ້ງໜ້າວຽກງານບຸກເບີກໜ້າພຽງ. ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ ວິວັດການຕ້ອງຮັບປະກັນສິດ ແລະຜົນປະໂຫຍດອັນຊອບທຳໃຫ້ແກ່ປະຊາຊົນໃນເຂດກໍ່ສ້າງໂຄງການ, ເບິ່ງແຍງດູແລໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ທີ່ອີ່ມໜຳສຳລານ, ສົມບູນພູມສຸກ. ການກໍ່ສ້າງຕ້ອງຮັບປະກັນຄຸນນະພາບ, ຄວາມຄືບໜ້າ, ບັນດາຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ຄວາມປອດໄພໃນການອອກແຮງງານ… ເພື່ອກໍ່ສ້າງສຳເລັດໂຄງການເສັ້ນທາງຄວາມໄວສູງ ຮຶວງິ-ຈີລັງ ແລະດົ່ງດັງ-ຈ່າລິງ ໃນແຂວງລ້າງເຊີນ ແລະກາວບັ່ງ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ