ຊິບເຄິ່ງຊັກນໍາໄຟຟ້າ-ພາກສ່ວນຫຼັກແຫຼ່ງຂອງສ່ວນປະກອບເອເລັກໂຕນິກ
ການເຂົ້າຮ່ວມຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ; ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ; ທ່ານພົນເອກ ຟານວັນຟາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມກັບການນໍາພັກ, ລັດ, ກະຊວງປ້ອງກັນປະເທດຫຼາຍທ່ານຢູ່ພິທີລົງມືກໍ່ສ້າງໂຮງງານຜະລິດຊິບເຄິ່ງຊັກນໍາໄຟຟ້າເຕັກໂນໂລຢີສູງໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງການນໍາພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສໍາລັບໂຄງການສໍາຄັນພິເສດນີ້.
ຊິບເຄິ່ງຊັກນໍາໄຟຟ້າແມ່ນພື້ນຖານເຕັກໂນໂລຢີຂໍ້ມູນຂ່າວສານ, ລວມມີສູນຂໍ້ມູນ, ເຄືອຂ່າຍໂທລະຄົມມະນາຄົມ ແລະຕາໜ່າງໄຟຟ້າ. ພວກມັນຊ່ວຍເຫຼືອແກ້ໄຂຂໍ້ມູນຢ່າງໄວວາ, ສົ່ງຂໍ້ມູນປອດໄພ ແລະການເຄື່ອນໄຫວບັນດາແອັບພລິເຄຊັນປັນຍາປະດິດ (AI). ຊິບເຄິ່ງຊັກນໍາໄຟຟ້າຮັບປະກັນການເຄື່ອນໄຫວຂອງພື້ນຖານເສດຖະກິດດີຈີຕອນ, ນັບແຕ່ການບໍລິການທາງອອນລາຍຈົນເຖິງການທຳທຸລະກຳດ້ານການເງິນ. ຂະແໜງອຸດສາຫະກໍາຊິບກໍ່ຊຸກຍູ້ການປ່ຽນແປງໃໝ່ເຕັກໂນໂລຢີ.
ໃນຂົງເຂດປ້ອງກັນຊາດ, ຊິບເຄິ່ງຊັກນໍາໄຟຟ້າແມ່ນປັດໄຈທີ່ຈໍາເປັນໃຫ້ແກ່ລະບົບການທະຫານທັນສະໄໝ. ພວກມັນໄດ້ນໍາໃຊ້ຢູ່ໃນຣາດາ, ເຮືອບິນບໍ່ມີຄົນຂັບ ແລະລະບົບຕິດຕໍ່ສື່ສານ. ເຕັກໂນໂລຢີເຄິ່ງຊັກນໍາໄຟຟ້າອຳນວຍຄວາມສະດວກໃຫ້ແກ່ການພັດທະນາອາວຸດອັດສະລິຍະ, ລະບົບຕິດຕາມກວດກາ ແລະອຸປະກອນບັນຊາຈາກທາງໄກ, ຍົກສູງຄວາມສາມາດສູ້ຮົບ ແລະປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະຜູ້ແທນເຂົ້າຮ່ວມຢ້ຽມຊົມຜະລິດຕະພັນແຜງວົງຈອນພິມເອເລັກໂຕນິກເຕັກໂນໂລຢີສູງຂອງ Viettel. ພາບ: ດວ່ານບັກ |
ຊິບເຄິ່ງຊັກນໍາການທະຫານຮຽກຮ້ອງຄວາມທົນທານສູງ, ຄວາມສາມາດການເຄື່ອນໄຫວໃນສະພາບແວດລ້ອມທີ່ຮ້າຍກາດ ແລະລະດັບຄວາມລັບດີທີ່ສຸດ. ຕະຫຼາດເຄິ່ງຊັກນໍາໄຟຟ້າທົ່ວໂລກມີມູນຄ່າເສດຖະກິດສູງສຸດ, ປີ 2025 ບັນລຸປະມານ 697 ຕື້ໂດລາສະຫະລັດ ດ້ວຍລະດັບເຕີບໂຕ 11,2%, ຕົ້ນຕໍແມ່ນມາຈາກຂົງເຂດຊິບ logic ແລະຊິບໜ່ວຍຄວາມຈຳ.
ສາມາດເວົ້າວ່າ, ເຈົ້າຂອງໂຮງງານຜະລິດຊິບແມ່ນຄວາມຮຽກຮ້ອງຕ້ອງການບັງຄັບທີ່ມີລັກສະນະຍຸດທະສາດສໍາລັບບັນດາປະເທດຢາກແກ່ງແຍ້ງກ່ຽວກັບການຜະລິດເຕັກໂນໂລຢີສູງ ແລະສ້າງພື້ນຖານອຸດສາຫະກໍາປ້ອງກັນຊາດເປັນເຈົ້າຕົນເອງ. ປະຈຸບັນ, ຂະແໜງອຸດສາຫະກໍາຊິບເຄິ່ງຊັກນໍາໄຟຟ້າປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນການອີງໃສ່ລະບົບຕ່ອງໂສ້ສະໜອງທົ່ວໂລກ...
ຢາກມີໂຮງງານເພື່ອຜະລິດຊິບເອງແມ່ນສິ່ງທີ່ບໍ່ງ່າຍດາຍ. ຍ້ອນຂັ້ນຕອນຜະລິດຊິບລວມມີການອອກແບບ, ຜະລິດ wafer ແລະຫຸ້ມຫໍ່, ຮຽກຮ້ອງເຕັກໂນໂລຢີສູງ ແລະຄ່າໃຊ້ຈ່າຍຫຼາຍ. ການຜະລິດຊິບເຄິ່ງຊັກນໍາໄຟຟ້າແມ່ນໜຶ່ງໃນບັນດາຂັ້ນຕອນເຕັກໂນໂລຢີທີ່ແນບນຽນ ແລະຮຽກຮ້ອງຕ້ອງການລະບຽບເຕັກໂນໂລຢີສູງສຸດໃນປະຈຸບັນ... ໃນໂລກປະຈຸບັນ, ບັນດາບໍລິສັດ, ຄື: TSMC (ໄຕ້ຫວັນ/ຈີນ), Samsung (ສ.ເກົາຫຼີ) ແລະ Intel (ອາເມລິກາ) ໄດ້ນໍາໜ້າໃນຂະແໜງຜະລິດຊິບໂດຍອີງໃສ່ຄວາມສາມາດຜະລິດຊິບທີ່ມີຂະໜາດນ້ອຍ (7nm-3nm), ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບສະມັດຕະພາບ ແລະປະຢັດພະລັງງານ.
ການຂາດແຄນຄົນທີ່ມີຄວາມຮູ້ຄວາມສາມາດຍັງເປັນບັນຫາໃຫຍ່. ຂະແໜງອຸດສາຫະກໍາຊິບຮຽກຮ້ອງຕ້ອງການກໍາລັງແຮງງານທີ່ມີທັກສະສູງ, ແຕ່ແຫຼ່ງສະໜອງວິສະວະກອນ ແລະນັກຊ່ຽວຊານບໍ່ສາມາດຕອບສະໜອງໄດ້.
ຫັນຄວາມຄາດຫວັງເລັ່ງພັດທະນາເຕັກໂນໂລຢີຫຼັກໃຫ້ປະກົດຜົນເປັນຈິງ
ໂຮງງານຜະລິດຊິບເຄິ່ງຊັກນໍາໄຟຟ້າເຕັກໂນໂລຢີີສູງ ໂດຍ Viettel ຜັນຂະຫຍາຍໄດ້ກໍ່ສ້າງຢູ່ເຂດເຕັກໂນໂລຢີສູງຮວ່າລາກ (ຮ່າໂນ້ຍ), ໃນເນື້ອທີ 27 ເຮັກຕາ ດ້ວຍການກໍານົດທິດເປັນພື້ນຖານໂຄງລ່າງແຫ່ງຊາດ ເພື່ອຮັບໃຊ້ການຄົ້ນຄວ້າ, ອອກແບບ, ທົດລອງ ແລະຜະລິດຊິບເຄິ່ງຊັກນໍາໄຟຟ້າ. ເມື່ອເຄື່ອນໄຫວ, ໂຮງງານສາມາດຕອບສະໜອງຂະແໜງອຸດສາຫະກໍາແຫ່ງຊາດ...
ກ່າວຄໍາເຫັນທີ່ພິທີລົງມືກໍ່ສ້າງ, ທ່ານ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ “ການລົງມືກໍ່ສ້າງໂຮງງານຜະລິດຊິບເຄິ່ງຊັກນໍາໄຟຟ້າເຕັັກໂນໂລຢີສູງແຫ່ງທໍາອິດຂອງຫວຽດນາມ, ແມ່ນເຫດການທີ່ມີຄວາມໝາຍສໍາຄັນພິເສດ. ນີ້ແມ່ນບາດກ້າວແນໃສ່ຫັນຍຸດທະສາດພັດທະນາອຸດສາຫະກໍາເຄິ່ງຊັກນໍາໄຟຟ້າແຫ່ງຊາດໃຫ້ປະກົດຜົນເປັນຈິງ, ສ້າງພື້ນຖານເພື່ອໃຫ້ຫວຽດນາມ ເຂົ້າເລິກຕ່ອງໂສ້ມູນຄ່າທົ່ວໂລກເທື່ອລະກ້າວ, ອີງໃສ່ວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກໍາ”. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ການສ້າງໂຮງງານຈະປະກອບສ່ວນເຮັດໃຫ້ລະບົບນິເວດເຄິ່ງຊັກນໍາໄຟຟ້າຢູ່ພາຍໃນປະເທດສໍາເລັດ, ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດອອກແບບຊິບ, ບັນດາບໍລິສັດສະຕາດອັບເຕັກໂນໂລຢີ ແລະຮາກຖານບໍາລຸງສ້າງ-ຄົ້ນຄວ້າໄດ້ຫຼຸດເວລາທົດລອງ, ປັບປຸງຜະລິດຕະພັນໃຫ້ສົມບູນ ແລະນໍາເອົາເຕັກໂນໂລຢີເຂົ້ານໍາໃຊ້ໃນພຶດຕິກຳຕົວຈິງ.
ທ່ານພົນຕີີ ຕ່າວດຶດຖັງ ປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel, ຢືນຢັນວ່າ: “ກຸ່ມບໍລິສັດຈະຜັນຂະຫຍາຍໂຄງການດ້ວຍເປົ້າໝາຍວາງອອກແມ່ນຮອດປີ 2027 ສໍາເລັດການລົງທຶນກໍ່ສ້າງ, ຮັບຖ່າຍທອດເຕັກໂນໂລຢີ ແລະເລີ່ມຜະລິດທົດລອງ. ໄລຍະ 2028-2030 ຈະປັບປຸງ, ຍົກສູງສະມັດຕະພາບຕ່ອງໂສ້ຕາມມາດຕະຖານຂອງຂະແໜງ, ຈາກນັ້ນ ເປັນພື້ນຖານເພື່ອຄົ້ນຄວ້າເຕັກໂນໂລຢີຜະລິດຊິບ ຢູ່ຂະບວນການທີ່ທັນສະໄໝກວ່າ”.
ໂຮງງານຜະລິດ ຊິບ ເຄິ່ງຊັກນໍາໄຟຟ້າດັ່ງກ່າວ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະເປັນສູນຝຶກຮົບຮົມໃຫ້ແກ່ແຫຼ່ງຊັບພະຍາກອນມະນຸດເຄິ່ງຊັກນໍາໄຟຟ້າ, ຕິດພັນການບໍາລຸງສ້າງກັບສະພາບແວດລ້ອມການຜະລິດຕົວຈິງ. ຜ່ານສິ່ງດັ່ງກ່າວນັ້ນ, ຫວຽດນາມ ຕັ້ງເປົ້າໝາຍບໍາລຸງສ້າງນັກວິສາວະກອນອອກແບບຊິບ ໃຫ້ໄດ້ 50.000 ຄົນໃນໂຄງການພັດທະນາແຫຼ່ງຊັບພະຍາກອນອຸດສາຫະກໍາເຄິ່ງຊັກນໍາໄຟຟ້າ ຮອດປີ 2030, ມຸ່ງໄປເຖິງການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດຂະແໜງອຸດສາຫະກໍາເຄ່ິງຊັກນໍາໄຟຟ້າຫວຽດນາມ ໃຫ້ບັນລຸກວ່າ 100.000 ຄົນໃນຍຸດທະສາດເຄິ່ງຊັກນໍາໄຟຟ້າແຫ່ງຊາດ ຮອດປີ 2040.
ສໍາລັບ Viettel, ເລື່ອງມອບໜ້າທີ່ໃຫ້ຮັບຜິດຊອບຜັນຂະຫຍາຍໂຮງງານຜະລິດຊິບເຄິ່ງຊັກນໍາໄຟຟ້າແມ່ນສືບທອດຍຸດທະສາດພັດທະນາເຕັກໂນໂລຢີຫຼັກເຊິ່ງກຸ່ມບໍລິສັດໄດ້ຢຶດໝັ້ນມາຫຼາຍປີ. Viettel ໄດ້ເປັນເຈົ້າການກະກຽມແຫຼ່ງຊັບພະຍາກອນມະນຸດຜ່ານການບໍາລຸງສ້າງລົງເລິກຂະແໜງການ, ຮ່ວມມືກັບສາກົນ ແລະຮັບຖ່າຍທອດເຕັກໂນໂລຢີ, ພ້ອມທັງ ສະສົມບົດຮຽນຈາກການເຄື່ອນໄຫວຄົ້ນຄວ້າ, ອອກແບບ ແລະນໍາໃຊ້ ຊິບ ໃນລະບົບ, ຜະລິດຕະພັນເຕັກໂນໂລຢີຕ່າງໆ.
ໂຄງການໄດ້ຜັນຂະຫຍາຍໃນໄລຍະ 2026-2030 ດ້ວຍຂັ້ນຕອນນັບແຕ່ການກໍ່ສ້າງໂຮງງານ, ຮັບເຕັກໂນໂລຢີຈົນຮອດການປັບປຸງຂັ້ນຕອນໃຫ້ສົມບູນ ແລະຍົກສູງການເຄື່ອນໄຫວໃຫ້ມີປະສິດທິຜົນ.
ກ່ຽວກັບໄລຍະຍາວ, ໂຮງງານຢູ່ຮວ່າລາກ ໄດ້ວາງແຜນເພື່ອສາມາດເປີດກວ້າງຂອບຂະໜາດ, ສ້າງພື້ນຖານໃຫ້ຫວຽດນາມ ເຂົ້າເຖິງເຕັກໂນໂລຢີເຄິ່ງຊັກນໍາໄຟຟ້າທີ່ກ້າວໜ້າກວ່າເທື່ອລະກ້າວ. ການລົງມືກໍ່ສ້າງໂຮງງານຜະລິດຊິບເຄິ່ງຊັກນໍາໄຟຟ້າເຕັກໂນໂລຢີສູງແມ່ນເສົາຄ້ໍາສໍາຄັນໃນວິວັດການຫັນເປົ້າໝາຍເປັນເຈົ້າຂອງເຕັກໂນໂລຢີສູງຂອງຫວຽດນາມ ໃຫ້ປະກົດຜົນເປັນຈິງ.
ໂດຍ: ໄຊນີດາ