ຫວຽດນາມ ພວມຫັນປ່ຽນກາຍເປັນ “ຄູ່ຮ່ວມມືສ້າງສັນ” ຂອງພາກພື້ນ
ກປ.ອອນໄລ - ໃນສະພາບການຫວຽດນາມ ກະກຽມໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ຮ່າງເອກະສານກອງປະຊຸມໃຫຍ່ ໄດ້ດຶງດູດຄວາມສົນໃຈຂອງວົງການນັກຮຽນຮູ້ຢູ່ພາຍໃນ ແລະຕ່າງປະເທດ.
    |
 |
|
ທ່ານ ສຈ Shimizu Masaki, ມະຫາວິທະຍາໄລ Osaka, ຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ສຈ Shimizu Masaki (ມະຫາວິທະຍາໄລ Osaka, ຍີ່ປຸ່ນ) ຕີລາຄາວ່າ ຮ່າງເອກະສານໄດ້ສະແດງໃຫ້ເຫັນຈິດໃຈ “ບຸກທະລຸ” ແລະມີລັກສະນະຮີບດ່ວນສູງ, ພົ້ນເດັ່ນແມ່ນການກຳນົດຫວຽດນາມ ກ້າວເຂົ້າສູ່ “ສັງກາດໃໝ່” - ສັງກາດບືນຕົວຂຶ້ນຂອງຊົນຊາດ. ຈິນຕະນາການພັດທະນາເສດຖະກິດ-ສັງຄົມຫັນຈາກເອົາໃຈໃສ່ເປັນພິເສດເຖິງລະດັບຄວາມໄວໄປສູ່ຄຸນນະພາບ, ໃນນັ້ນສ້າງລະບອບລະບຽບການໃຫ້ສົມບູນແບບຖືນີ້ແມ່ນຂອດບຸກທະລຸເພື່ອປົດປ່ອຍແຫຼ່ງກຳລັງ.
ຕາມທ່ານ ສຈ Shimizu Masaki ແລ້ວ, ເລື່ອງເນັ້ນໜັກເຖິງການນະວັດຕະກຳ, ເສດຖະກິດສີຂຽວ ແລະການຫັນເປັນດີຈີຕອນໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມສ່ຽງແຮ້ວລາຍຮັບປານກາງ ແລະຄວາມຕັດສິນໃຈປ່ຽນແປງໃໝ່ຮູບແບບການເຕີບໂຕ. ທ່າໄດ້ປຽບແກ້ງແຍ້ງຂອງຫວຽດນາມ ພວມຫັນຈາກແຮງານລາຄາຕໍ່າ ແລະຊັບພະຍາກອນໄປສູ່ “ພູມປັນຍາ” ແລະ “ຂໍ້ມູນ”, ຜ່ານນັ້ນເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າ.
ກ່ຽວກັບການພົວພັນຕ່າງປະເທດ, ທ່ານຖືວ່າແນວທາງພົວພັນຕ່າງປະເທດເປັນເຈົ້າການ, ມີໄຫວພິບໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນນັບມື້ນັບເພີ່ມຂຶ້ນ. ຫວຽດນາມ ບໍ່ພຽງແຕ່ສວມບົດບາດດຸ່ນດ່ຽງລະຫວ່າງບັນດາປະເທດໃຫຍ່ເທົ່ານັ້ນ ຫາກພວມບືນຕົວຂຶ້ນກາຍເປັນ “ຄູ່ຮ່ວມມືສ້າງສັນ” ແລະສູນເຊື່ອມຕໍ່ຂອງພາກພື້ນ, ຢືນຢັນທີ່ຕັ້ງທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະມີຄວາມຮັບຜິດຊອບໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບຢູ່ອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ.
ໂດຍ: ເຈິ່ນຮວ່ຽນ