ນະຄອນດານັງ ແລະ Daegu ລົງນາມໃນບົດບັນທຶກຊ່ວຍຈໍາເພື່ອເປີດກວ້າງການຮ່ວມມືສອງຝ່າຍ
ກປ.ອອນໄລ - ວັນທີ 15 ມັງກອນ, ທີ່ນະຄອນດານັງ, ທ່ານ ຟ້າມດຶກເອິນ, ປະທານຄະນະກຳມະການປະຊາຊົນນະຄອນດານັງ ໄດ້ຕ້ອນຮັບທ່ານ Kim Jung-ki, ຮັກສາການເຈົ້າຄອງນະຄອນ Daegu (ສ. ເກົາຫຼີ) ທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ດານັງ.
ທີ່ການຕ້ອນຮັບ, ການນໍາສອງນະຄອນ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາເພື່ອຊຸກຍູ້ການພົວພັນແລກປ່ຽນ ແລະການຮ່ວມມືລະຫວ່າງຄະນະກຳມະການປະຊາຊົນນະຄອນດານັງ ແລະອໍານາດການປົກຄອງນະຄອນ Daegu.
    |
 |
|
ທ່ານ ຟ້າມດຶກເອິນ, ປະທານຄະນະກຳມະການປະຊາຊົນນະຄອນດານັງ ຕ້ອນຮັບທ່ານ Kim Jung-ki ຮັກສາການເຈົ້າຄອງນະຄອນ Daegu (ສ. ເກົາຫຼີ). ພາບ: vov.vn |
ອີງຕາມບົດບັນທຶກຊ່ວຍຈໍາ, ມີຫຼາຍເນື້ອໃນ, ຂົງເຂດໃໝ່ໄດ້ຮັບການປຶກສາຫາລື ແລະສະເໜີໃຫ້ຜັນຂະຫຍາຍໃນໄລຍະຈະມາເຖິງໂດຍນະຄອນດານັງ ແລະ Daegu, ຄື: ການພັດທະນາການທ່ອງທ່ຽວທາງສາທາລະນະສຸກ ບົນພື້ນຖານໂຄງລ່າງຂອງ "ນະຄອນສາທາລະນະສຸກ Daegu - Medic City Daegu"; ການທ່ອງທ່ຽວດ້ານເບິ່ງແຍງດູແລສຸຂະພາບ; ເຕັກໂນໂລຊີຂໍ້ມູນຂ່າວສານ-ສື່ມວນຊົນ; ການສ້າງເຄືອຂ່າຍການຮ່ວມມືວິສາຫະກິດ; ການຮ່ວມມືພັດທະນາ ແລະນະໂຍບາຍສາທາລະນະ, ການຝຶກອົບຮົມຊັບພະຍາກອນມະນຸດຜ່ານບັນດາການເຄື່ອນໄຫວ ແລະໂຄງການໜູນຊ່ວຍທີ່ລະອຽດ.
ທ່ານປະທານຄະນະກຳມະການປະຊາຊົນນະຄອນດານັງ ໄດ້ເນັ້ນໜັກວ່າ ການລົງນາມໃນບົດບັນທຶກຊ່ວຍຈໍາເພື່ອຊຸກຍູ້ການພົວພັນແລກປ່ຽນ ແລະການຮ່ວມມືຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຫຼາຍ, ເປີດໄລຍະການພັດທະນາໃໝ່, ເລິກເຊິ່ງກວ້າງຂວາງ ແລະແທດຈິງລະຫວ່າງສອງນະຄອນ.
ສ່ວນທ່ານ Kim Jung-ki ໄດ້ຢືນຢັນຄໍາໝັ້ນສັນຍາທີ່ຈະແນະນໍາບັນດານັກລົງທຶນ ສ. ເກົາຫຼີ ເອົາໃຈໃສ່, ຊອກຮູ້ ແລະລົງທຶນໄປຍັງນະຄອນດານັງ ໃນບັນດາຂົງເຂດທີ່ມີທ່າແຮງ, ຄື: ການທ່ອງທ່ຽວ, ສາທາລະນະສຸກ, ການຄ້າ, ຕົວເມືອງອັດສະລິຍະ...
ໂດຍ: ຈາງຫງວຽນ