leftcenterrightdel
ຄະນະກວດກາລະຫວ່າງຂະແໜງການຂອງສູນກາງ ກວດກາການປະຕິບັດວຽກງານຢູ່ແຂວງ ດົ່ງທາບ. ພາບ: vovworld.vn

ມາຮອດປະຈຸບັນ, ແຂວງດົ່ງທາບ ໄດ້ມີຄວາມເດັດດ່ຽວໃນວຽກງານປ້ອງກັນ, ຕ້ານການຂຸດຄົ້ນທີ່ລະເມີດ IUU. ທາງແຂວງໄດ້ປະຕິບັດສຳເລັດການອອກໜັງສືອະນຸຍາດ ໃຫ້ກອງກຳປັ່ນທີ່ພວມເຄື່ອນໄຫວ 100%, ດ້ວຍກຳປັ່ນທັງໝົດ 1.326 ລຳ ໄດ້ຮັບໜັງສືອະນຸຍາດທີ່ຖືກຕ້ອງຕາມກົດໝາຍ; ກຳປັ່ນ 100% ໄດ້ຕິດຕັ້ງເຄື່ອງຕິດຕາມການເດີນທາງ.

ສະຫຼຸບການກວດກາ, ທ່ານ ຫງວຽນກວາງຮຸ່ງ, ຮອງຫົວໜ້າກົມສິນໃນນ້ຳ ແລະກວດກາການປະມົງ, ຕີລາຄາສູງວິທີເຮັດທີ່ຂ້ຽວຂາດ, ມີແບບມີແຜນຂອງແຂວງ ດົ່ງທາບ ໃນວຽກງານປ້ອງກັນ, ຕ້ານການຂຸດຄົ້ນ IUU. ຄະນະປະຕິບັດງານ ກໍ່ຊີ້ອອກບັນດາສິ່ງທີ່ຍັງຄົງຄ້າງເພື່ອໃຫ້ທ້ອງຖິ່ນແກ້ໄຂ, ປະຕິບັດສຳເລັດໂດຍໄວ ກ່ອນທີ່ຄະນະກວດກາ ອີຊີ ຈະມາຫວຽດນາມ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ