ວົງເງິນການຄ້າ ຫວຽດນາມ - ອິນໂດຍ ບັນລຸລະດັບສະຖິຕິໃນປະຫວັດສາດກວ່າ 16 ຕື້ USD
ໝວດສິນຄ້າມີວົງເງິນສົ່ງອອກໃຫຍ່ ຫຼື ເຕີບໂຕຢ່າງແຮງ, ລວມມີໂທລະສັບ, ຜະລິດຕະພັນເອເລັກໂຕນິກ; ກົນຈັກ… ອິນເດຍ ສະໜອງວັດຖຸດິບທີ່ຈຳເປັນ...
ວັນທີ 13 ມັງກອນ, ກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຍອດວົງເງິນການຄ້າ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ບັນລຸລະດັບສະຖິຕິ 16,46 ຕື້ USD ໃນປີ 2025, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ປີ 2024. ລະອຽດແມ່ນ, ການສົ່ງອອກຈາກ ຫວຽດນາມ ໄປ ອິນເດຍ ບັນລຸ 10,3 ຕື້ USD ເພີ່ມຂຶ້ນ 14,2%, ນຳເຂົ້າຈາກ ອິນເດຍ ບັນລຸ 6,1 ຕື້ USD ເພີ່ມຂຶ້ນ 4,9%.
    |
 |
|
ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ໝວດສິນຄ້າມີວົງເງິນສົ່ງອອກໃຫຍ່ ຫຼື ເຕີບໂຕຢ່າງແຮງ, ລວມມີໂທລະສັບ, ຜະລິດຕະພັນເອເລັກໂຕນິກ; ກົນຈັກ… ອິນເດຍ ສະໜອງວັດຖຸດິບທີ່ຈຳເປັນ, ຄື: ເຫຼັກກ້າ, ທາດເຄມີ, ຢຸກຢາ, ເຄື່ອງຕ່ຳແຜ່ນຕັດຫຍິບ… ໃນຂະນະທີ່ ຫວຽດນາມ ສົ່ງອອກບັນດາຜະລິດຕະພັນເຕັກໂນໂລຊີ, ເຄື່ອງເອເລັກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ, ທາດເຄມີ, ກາເຟ… ຢ່າງແຮງ.
ດ້ວຍພື້ນຖານການເຕີບໂຕເສດຖະກິດສູງຂອງທັງ 2 ປະເທດ, ຄວາມຕ້ອງການຕະຫຼາດເພີ່ມເຕີມໃຫ້ແກ່ກັນ, ການຄ້າ ຫວຽດນາມ - ອິນໂດຍ ໄດ້ຮັບການຕີລາຄາວ່າຈະສາມາດບັນລຸລະດັບ 20 ຕື້ USD ໃນຊຸມປີຈະມາເຖິງ.
ແຫຼ່ງຄັດຈາກ vovworld.vn