ຜົນງານດ້ານເສດຖະກິດຂອງຫວຽດນາມ ແມ່ນພະຍານຫຼັກຖານໃຫ້ແກ່ແນວທາງນຳພາອັນຖືກຕ້ອງຂອງພັກກອມມູນິດ
ເລື່ອງຮັກສາວິວັດການປຶກສາຫາລືຢ່າງກວ້າງຂວາງ, ຮັບຟັງຄຳເຫັນຈາກປະຊາຊົນທຸກຊັ້ນວັນນະ, ຈະແມ່ນຂໍ້ກຸນແຈເພື່ອໃຫ້ຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງກວ່າອີກ.
    |
 |
|
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ |
“ຜົນງານດ້ານເສດຖະກິດຂອງຫວຽດນາມ ແມ່ນພະຍານຫຼັກຖານໃຫ້ແກ່ແນວທາງນຳພາອັນຖືກຕ້ອງຂອງພັກກອມມູນິດ”. ສິ່ງດັ່ງກ່າວໂດຍທ່ານ Wulf Gallert, ຫົວໜ້າຄະນະພົວພັນຕ່າງປະເທດຂອງພັກຝ່າຍຊ້າຍເຢຍລະມັນ (Die Linke), ໃຫ້ຂໍ້ສັງເກດໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈໍາຢູ່ເຢຍລະມັນ, ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
ເມື່ອເນັ້ນໜັກເຖິງຄວາມສຳຄັນຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຈະມາເຖິງ, ທ່ານ ໃຫ້ຂໍ້ສັງເກດວ່າ ນີ້ແມ່ນເຫດການການເມືອງທີ່ມີຄວາມໝາຍພິເສດ. ກອງປະຊຸມໃຫຍ່ ໄດ້ຕັ້ງຄວາມຄາດຫວັງວ່າ ຈະວາງອອກບັນດານະໂຍບາຍຊີ້ຂາດໃໝ່, ຍູ້ແຮງວິວັດທະນາການພັດທະນາເສດຖະກິດ ແລະປັບປຸງວຽກງານການຈັດຕັ້ງໃຫ້ສົມບູນແບບ. ໃນອະນາຄົດ, ທ່ານ ຖືວ່າ ເລື່ອງຮັກສາວິວັດການປຶກສາຫາລືຢ່າງກວ້າງຂວາງ, ຮັບຟັງຄຳເຫັນຈາກປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນບຸກຄົນທີ່ສ້າງຄຸນຄ່າໂດຍກົງໃຫ້ແກ່ສັງຄົມ, ຈະແມ່ນຂໍ້ກຸນແຈເພື່ອໃຫ້ຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງກວ່າອີກ.
ສະແດງຄວາມເອກອ້າງທະນົງໃຈຕໍ່ນ້ຳໃຈມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານລະຫວ່າງສອງພັກ ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຜ່ານຫຼາຍທົດສະວັດນັ້ນ, ທ່ານ Wulf Gallert ຫົວໜ້າຄະນະພົວພັນຕ່າງປະເທດຂອງພັກຝ່າຍຊ້າຍ ເຢຍລະມັນ ເນັ້ນໜັກວ່າ ສາຍພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກຝ່າຍຊ້າຍເຢຍລະມັນ ພວມຢູ່ໃນໄລຍະພັດທະນາທີ່ດີງາມທີ່ສຸດ; ທ່ານ ປາດຖະໜາວ່າສອງຝ່າຍຈະສືບຕໍ່ຮັກສາກົນໄກແລກປ່ຽນຢ່າງແໜ້ນແຟ້ນ, ຜ່ານນັ້ນຊ່ວຍປັບປຸງສາຍພົວພັນມິດຕະພາບບົນພື້ນຖານຜົນປະໂຫຍດລວມຂອງປະຊາຊົນສອງປະເທດ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ